ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທີ່ປຶກສາສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ

(VOVWORLD) - ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຍີ່ປຸ່ນ ແມ່ນຄູ່ຮ່ວມມືເສດຖະກິດສໍາຄັນແຖວໜ້າຂອງຫວຽດນາມ, ຢືນອັນດັບທີ 1 ກ່ຽວກັບການປັບປຸງ ແຫຼ່ງທຶນກູ້ຢືມ ODA, ທີສອງແມ່ນ ການລົງທຶນ, ທີສາມ ແມ່ນ ການທ່ອງທ່ຽວ ແລະ ທີສີ່ ແມ່ນດ້ານການຄ້າ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທີ່ປຶກສາສະຫະພັນສະມາຊິກລັດຖະສະພາມິດຕະພາບ  ຍີ່ປຸ່ນ - ຫວຽດນາມ - ảnh 1ທ່ານ Tsutomu Takebe ແລະ ທ່ານ ຫງວຽນຊວນຟຸກ

ວັນທີ 7 ກັນຍາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Tsutomu Takebe ທີ່ປຶກສາສະຫະພັນສະມາຊິກລັດຖະສະພາມິດຕະພາບ  ຍີ່ປຸ່ນ - ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຍີ່ປຸ່ນ ແມ່ນຄູ່ຮ່ວມມືເສດຖະກິດສໍາຄັນແຖວໜ້າຂອງຫວຽດນາມ, ຢືນອັນດັບທີ 1 ກ່ຽວກັບການປັບປຸງ ແຫຼ່ງທຶນກູ້ຢືມ ODA, ທີສອງແມ່ນ ການລົງທຶນ, ທີສາມ ແມ່ນ ການທ່ອງທ່ຽວ ແລະ ທີສີ່ ແມ່ນດ້ານການຄ້າ. ການຮ່ວມມື, ການພົວພັນແລກປ່ຽນລະຫວ່າງບັນດາທ້ອງຖິ່ນ, ພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ຍີ່ປຸ່ນ  ນັບມື້ນັບໄດ້ຮັບການເພີ່ມທະວີ,ປະກອບສ່ວນເຮັດໃຫ້ ປະຊາຊົນສອງປະເທດ ມີຄວາມເຂົ້າໃຈກັນ ນໍ້າໃຈມິດຕະພາບລະຫວ່າງ ສອງປະເທດ ເລິກເຊິ່ງຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກວ້າງຂວາງ, ຍາມໃດກໍແລກປ່ຽນກັນກ່ຽວກັບບັນຫາສອງຝ່າຍ ແລະ ບັນຫາຂອງໂລກ. ລັດຖະບານຫວຽດນາມ ຕີລາຄາສູງ ການພົວພັນດັ່ງກ່າວ, ຍາມໃດກໍພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອໃຫ້ການພົວພັນດັ່ງກ່າວໄດ້ພັດທະນາຢ່າງແຮງ.

          ສ່ວນທ່ານ Tsutomu Takebe ໃຫ້ຮູ້ວ່າ ພັນທະມິດສະມາຊິກສະພາແຫ່ງຊາດ ມິດຕະພາບ  ຍີ່ປຸ່ນ - ຫວຽດນາມ ຍາມໃດກໍຊຸກຍູ້ການພົວພັນລະຫວ່າງສອງປະເທດ ແລະ ປັດຈຸບັນ, ທ່ານ ພວມສຸມໃສ່ຊຸກຍູ້ໂຄງການ ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ . ທ່ານ Tsutomu Takebe ປາດຖະໜາວ່າ ລັດຖະບານ, ນາຍົກລັດຖະມົນຕີຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງການພັດທະນາຂອງໂຮງຮຽນແຫ່ງນີ້, ໂດຍສະເພາະແມ່ນກົນໄກດ້ານການເງິນ; ພ້ອມທັງປາດຖະໜາວ່າ ນາຍົກລັດຖະມົນຕີສອງປະເທດ ມີບັນດາມາດຕະການ ເພື່ອໃຫ້ໂຮງຮຽນພັດທະນາຢ່າງແຮງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ