ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ຮອງປະທານທະນາຄານພັດທະນາ ອາຊີ (ADB) ແລະ ຜູ້ອຳນວຍການບັນນາທິການ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ຮອງປະທານທະນາຄານພັດທະນາ ອາຊີ (ADB) ແລະ ຜູ້ອຳນວຍການບັນນາທິການ  - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ Charles Goddard, ຜູ້​ອຳ​ນວຍ​ການ ວາ​ລະ​ສານ The Economist ຂອງ​ອັງ​ກິດ
ພາບ:TTXVN

(vovworld)- ຢູ່ນອກກອງ​ປະ​ຊຸມ​ດັ່ງ​ກ່າວ, ຕອນ​ຄ່ຳ​ວັນ​ດຽວ​ກັນ, ຢູ່​ນະ​ຄອນ ໂຮ່​ຈິ​ມີນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ Stephen Groff, ຮອງ​ປະ​ທານ​ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ (ADB),. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຢືນ​ຢັນ​ວ່າ: ຍາມ​ໃດ ຫວຽດ​ນາມ ກໍ​ຖື​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ADB ເປັນ​ສຳ​ຄັນ ແລະ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ADB ໄດ້​ມີ​ຄຳ​ໝັ້​ນ​ສັນ​ຍາ​ແຕ່​ລະ​ປີ​ຈະ​ສະ​ຫງວນ​ຈຳ​ນວນ​ເງິນ​ປະ​ມານ 1 ຕື້​ໂດ​ລາ​ສະ​ຫະ​ລັດ ເພື່ອ​ອຸ​ປະ​ຖຳ​ໃຫ້​ບັນ​ດາ​ໂຄງ​ການ​ໃນ​ຂອບ​ເຂດ​ຍຸດ​ທະ​ສາດ​ຄູ່​ຮ່ວມ​ມື​ແຫ່ງ​ຊາດ 2016- 2020. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊົມ​ເຊີຍ ADB ສືບ​ຕໍ່​ຕີ​ລາ​ຄາ​ຢ່າງ​ຕັ້ງ​ຫ​ນ້າ​ກ່ຽວ​ກັບ​ສະ​ພາບ​ການ ແລະ ແງ່​ຫວັງ​ດ້ານ​ເສດ​ຖະ​ກິດ​ຫວຽດ​ນາມ. ສ່ວນ ທ່ານ Stephen Groff  ໄດ້​ຢືນ​ຢັນ​ວ່າ: ADB ​​ໃຫ້​ຄຳໝັ້ນ​ສັນ​ຍາ​ສືບ​ຕໍ່​ຮັກ​ສາ, ຫ​ນູນ​ຊ່ວຍ ແລະ ສົມ​ທົບ​ຢ່າງ​ແຫ​ນ້ນ​ແຟ້ນ​ກັບ​ຫວຽດ​ນາມ ເພື່ອ​ປະ​ຕິ​ບັດ​ຄາດ​ໝາຍ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິ​ນ​ເຟີ້, ຮັກ​ສາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖ​ະ​ກິດ​ໃຫ້​ສຳ​ເລັດ​ຜົນ ແລະ ກາຍ​ເປັນ​ປະ​ທດ​ມີ​ລາຍ​ຮັບ​ປານ​ກາງ​ຢູ່​ໃນ​ລະ​ດັບ​ສູງ​ໃນ​ຮອບ​ເວ​ລາ 20 ປີ​ຈະ​ມາ​ເຖິງ. ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ Charles Goddard, ຜູ້​ອຳ​ນວຍ​ການ​ບັນ​ນາ​ທິ​ການ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ສ​ັງ​ກັດ​ວາ​ລະ​ສານ The Economist ຂອງ​ອັງ​ກິດ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ The Economist ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໃນ​ການ​ສົມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດ​ປີ 2016 ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ກອງ​ປະ​ຊຸມ​ປີນີ້ ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫ​ນ້າ​ໃນ​ການ​ໂຄ​ສະ​ນາ​ເສດ​ຖະ​ກິດ​ຫວຽດ​ນາມ ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສາ​ກົນ. ສ່ວນ​ທ່ານ Charles Goddard, ຜູ້​ອຳ​ນວຍ​ການ​ບັນ​ນາ​ທິ​ການ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ​ວາ​ລະ​ສານ The Economist ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ບັນ​ດາ​ມາດ​ຕະ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ ແລະ ເພີ່ມ​ສະ​ມັດ​ຕະ​ພາບ​ຂອງ​ຫວຽດ​ນາມ ກໍ​ຄື​ບັນ​ດາ​ຄວາມ​ຫ​ຍຸ້ງ​ຍາກ​ຊື່ງ​ຫວຽດ​ນາມ ຈະ​ປະ​ສົບ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫ​ຍາຍ.


ຕອບກັບ

ຂ່າວ/ບົດ​ອື່ນ