ທ່ານ​ນາ​ຍົ​ກ​ລັດ​ຖະ​ມົ​ນ​ຕີ​ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ ເຈົ້າ​ຄອງ Busan ສ​.ເກົາ​ຫລີ

(VOVWORLD) -ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫລອງການພົວພັນຄູ່ເຈລະຈາອາຊຽນ­ - ສ.ເກົາຫລີຄົບຮອບ 30 ປີ, ຕອນເຊົ້າວັນທີ 25 ພະຈິກ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ໃຫ້ການຕ້ອນຮັບທ່ານ Oh Keo-don ເຈົ້າຄອງນະຄອນ Busan

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົ​ນ​ຕີ​ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ ເຈົ້າ​ຄອງ Busan ສ​.ເກົາ​ຫລີ - ảnh 1ທ່ານ ນາຍົກລັດທະມົນຕີ ຫງວຽນຊວັນຟຸກ ແລະ  ທ່ານ Oh Keo-don ເຈົ້າຄອງນະຄອນ Busan

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດທະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການທີ່ນະຄອນ Busan ຫວັງຢາກຊຸກຍຸ້ການຮວມມືກັບຫວຽດນາມແລະບັນດາທ້ອງຖິ່ນຂອງຫວຽດນາມ ຫວັງວ່າ ທ່ານ ເຈົ້າຄອງ ແລະ ຄະນະປົກຄອງ ພ້ອມກັບປະຊາຊົນນະຄອນ Busan ສືບຕໍ່ເອົາໃຈໃສ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ ວົງຄະນະຍາດຊາວ ຫວຽດນາມ ຢູ່ທີ່ນີ້. ທ່ານນາຍົກລັດຖະມົນຕີຢັ້ງຢືນລັດຖະບານຫວຽດນາມສ້າງເງື່ອນໄຂສະດວກໃຫ້ພົນລະເມືອງ ສ.ເກົາຫລີ ມາເຮັດວຽກ, ດຳລົງຊີວິດຢູ່ຫວຽດນາມ. ທ່ານສະເໜີ ນະຄອນ Busan ແລະ ບັນດາທ້ອງຖິ່ນຂອງຫວຽດນາມສຶບຕໍ່ຈັດຕັ້ງບັນດາການເຄື່ອນໄຫວພົວພັນປະຊາຊົນລະຫວ່າງສອງປະເທດໃຫ້ຕິດແທດຕົວຈິງກ່ວາອີກ, ສົ່ງເສີມບັນດາບໍລິສັດການບິນສອງປະເທດເປີດຖ້ຽວບິນໂດຍກົງລະຫວ່າງ Busan- ດ່ານັ້ງ, ເໝາະສົມກັບນະໂຍບາຍມຸ່ງໄສູ່ທິດໃຕ້ຂອງ ສ.ເກົາຫລີ.

     ໃນຂົງເຂດເສັດຖະກິດ, ທ່ານນາຍົກລັດຖະມົນຕີຖືວ່າ, ຄວາມສາມາດບົ່ມຊ້ອນດ້ານການຮວມມືລະຫວາງສອງປະເທດແມ່ນໃຫຍ່ຫຼວງທີ່ສຸດ, ໃນນັ້ນ ມີຂົງເຂດການຄ້າແລະລົງທຶນ.ຖ້າວ່າປີນີ້, ວົງເງິນການຄ້າສອງສົ້ນຫວຽດນາມ ແລະ ສ.ເກົາຫລີ ບັນລຸປະມານ 80 ຕື້ USD ນັ້ນ, ປີຕໍ່ໄປກໍ່ຕ້ອງສູ້ຊົນບັນລຸ 100 ຕື້ີ USD ໃຫ້ໄດ້.

ສ່ວນທ່ານ Oh Keo-don ໃຫ້ຮູ້ວ່າ ທາງນະຄອນຫວັງວ່າຢາກຊຸກຍູ້ການຮ່ວມມືກັບບັນດາປະເທດອາຊຽນ, ໃນນັ້ນມີຫວຽດນາມ, ຊຸກຍູ້ບັນດາວິສາຫະກິດຂອງ Busan ແລະ ສ.ເກົາຫລີ ເຂົ້າມາລົງທຶນຢູ່ຫວຽດນາມໃນບັນດາຂົງເຂດຊຶ່ງ Busan ມີທ່າແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ