ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະວິສາຫະກິດ ອາເມລິກາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ອາເມລິກາ ປະສົບຜົນສຳເລັດໃນການ ເຮັດທຸລະກິດຢູ່ຫວຽດນາມ, ຖືວ່ານີ້ແມ່ນປັດໄຈສຳຄັນ ປະກອບສ່ວນເຂົ້າໃນສາຍພົວພັນລະຫວ່າງ ສອງປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະວິສາຫະກິດ ອາເມລິກາ - ảnh 1ການຕ້ອນຮັບໃນຕອນບ່າຍວັນທີ 10 ກັນຍາ

(ພາບ:VGP/Quang Hiếu)

ຕອນບ່າຍວັນທີ 10 ກັນຍາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະວິສາຫະກິດ ອາເມລິກາ ນຳໂດຍທ່ານ Adam Sitkoff ອຳນວຍການບໍລິຫານ ສະຫະສະມາຄົມວິສາຫະກິດ ອາເມລິກາ ປະຈຳຫວຽດນາມ (AmCham).

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະວິສາຫະກິດ ອາເມລິກາ ທີ່ເດີນທາງມາຫວຽດນາມ ເຂົ້າຮ່ວມກອງປະຊຸມເວທີເສດຖະກິດໂລກ ກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018), ກອງປະຊຸມສຸດຍອດທຸລະກິດ ຫວຽດນາມ - ອາເມລິກາ 2018. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາຖະໜາວ່າ ບັນດາວິສາຫະກິດ ອາເມລິກາ ທີ່ມີທ່າງແຮງໃນຂົງເຂດເສດຖະກິດ ດິຈິຕອນ ຈະເພີ່ມທະວີການຮ່ວມມື, ຖ່າຍທອດເຕັກໂນໂລຊີ ໃຫ້ແກ່ຝ່າຍ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ອາເມລິກາ ປະສົບຜົນສຳເລັດໃນການ ເຮັດທຸລະກິດຢູ່ຫວຽດນາມ, ຖືວ່ານີ້ແມ່ນປັດໄຈສຳຄັນ ປະກອບສ່ວນເຂົ້າໃນສາຍພົວພັນລະຫວ່າງ ສອງປະເທດ.

ທາງດ້ານ ທ່ານ Adam Sitkoff ກໍ່ໃຫ້ຮູ້ວ່າ ບັນດາວິສາຫະກິດ ອາເມລິກາ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ກ່ຽວກັບການປະຕິຮູບການບໍລິຫານ, ປັບປຸງສະພາບແຫ່ງການລົງທຶນດໍາເນີນທຸລະກິດ, ດຶງດູດນັກທ່ອງທ່ຽວສາກົນຢ່າງເຂັ້ມແຂງ. ຜູ້ຕາງໜ້າວິສາຫະກິດ ອາເມລິກາຈຳນວນໜຶ່ງ ກໍ່ສະແດງຄວາມຕັດສິນໃຈສູງ ໃນການເປີດກວ້າງການລົງທຶນ ຢູ່ຫວຽດນາມ; ປາຖະໜາວ່າລັດຖະບານ, ນາຍົກລັດຖະມົນຕີ ຫວຽດນາມ ຈະເອົາໃຈໃສ່ ສ້າງເງື່ອນໄຂສະດວກກວ່າເກົ່າໃຫ້ແກ່ບັນດາວິສາຫະກິດນີ້ ປະສົບຜົນສຳເລັດໃນການ ລົງທຶນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ