ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ Sushama Swaraj ລັດຖະມົນຕີການຕ່າງປະເທດ ອິນເດຍ

(VOVWORLD) - ຕອນບ່າຍວັນທີ 28 ສິງຫາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  ໄດ້ໃຫ້ການຕ້ອນຮັບ ທ່ານນາງ Sushama Swaraj ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ Sushama Swaraj ລັດຖະມົນຕີການຕ່າງປະເທດ ອິນເດຍ  - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊວນຟຸກ ແລະທ່ານນາງ Sushama Swaraj ລັດຖະມົນຕີການຕ່າງປະເທດ ອິນເດຍ 

(ພາບ: VGP/Quang Hieu)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະ ຊຸກຍູ້ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ໃຫ້ເຂົ້າສູູ່ລ່ວງເລິກ. ທ່ານນາຍົກລັດຖະມົນຕີ  ສະເໜີທ່ານນາງລັດຖະມົນຕີການຕ່າງປະເທດອິນເດຍ ເອົາໃຈໃສ່ຮັກສາ ແລະຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ. ຍູ້ແຮງການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ; ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ໃນນັ້ນ, ຕັ້ງໜ້າແລກປ່ຽນບົດຮຽນ ເພື່ອຫຼຸດຜ່ອນບັນດາມາດຕະການປົກປ້ອງການຄ້າ.

        ທ່ານນາຍົກລັດຖະມົນຕີກໍປາດຖະໜາວ່າ ບັນດາກຸ່ມບໍລິສັດຂະໜາດໃຫຍ່ຂອງອິນເດຍ ຈະເຂົ້າມາລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ ໃນບັນດາຂົງເຂດພະລັງງານ,ພະລັງງານຜະລິດຄືນໃໝ່, ຂຸດຄົ້ນນໍ້າມັນອາຍແກັດ.  ທ່່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມສະໜັບສະໜູນນະໂຍບາຍ “ການກະທໍາມຸ່ງໄປເຖິງທາງທິດຕາເວັນອອກ” ຂອງອິນເດຍ;  ພ້ອມທັງປາດຖະໜາວ່າ ອິນເດຍ ຈະສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນໃນໂຄງສ້າງພາກພື້ນ; ສະເໜີໃຫ້ຝ່າຍອິນເດຍ ຮັກສາທັດສະນະຕັ້ງໜ້າ, ເຊີດຊູເລື່ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່  ທະເລຕາເວັນອອກ; ເຄົາລົບກົດໝາຍ,ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານການເຄົາລົບກົດໝາຍສາກົນ.

        ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ອິນເດຍ Sushama Swaraj ຢັ້ງຢືນວ່າ ອິນເດຍ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມກວ່າອີກ, ໂດຍສະເພາະແມ່ນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດວິທະຍາສາດ ເຕັກນິກ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຍູ້ແຮງການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈເຊ່ິງກັນ ແລະກັນ...ຜ່ານນັ້ນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຄວາມວັດທະນາຖາວອນຂອງພາກພື້ນ ກໍຄືໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ