ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບບັນດານັກຊ່ຽວຊານສາກົນເຂົ້າຮ່ວມເວທີປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ 2019

(VOVWORLD) - ຕອນບ່າຍວັນທີ 19 ກັນຍາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າບັນດາອົງການ, ນັກບັນລະຍາຍສາກົນທີ່ເຂົ້າຮ່ວມເວທີປາໄສການປະຕິຮູບ ແລະ ພັດທະນາ ຫວຽດນາມ 2019. 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊົມເຊີຍບັນດາຜູ້ແທນສາກົນເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງເວທີປາໄສ; ຕີລາຄາສູງບັນດາຄຳເຫັນປະກອບຂອງບັນດານັກບັນລະຍາຍ, ນັກຊ່ຽວຊານ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບບັນດານັກຊ່ຽວຊານສາກົນເຂົ້າຮ່ວມເວທີປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ 2019 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບບັນດານັກຊ່ຽວຊານສາກົນເຂົ້າຮ່ວມເວທີປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ 2019 (ພາບ: VGP)

       ຕາງໜ້າບັນດາຜູ້ແທນສາກົນ, ທ່ານນາງ Pinelope Goldberg, ຮອງປະທານຂັ້ນສູງ, ນັກຊ່ຽວຊານດ້ານເສດຖະກິດຂອງທະນາຄານໂລກ (WB) ຖືວ່າ: ຫວຽດນາມ ແມ່ນແບບຢ່າງທີ່ປະສົບຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ, ແຕ່ໃນວິວັດແຫ່ງການພັດທະນາ, ຫວຽດນາມ ກໍ່ປະສົບກັບສິ່ງທ້າທາຍຫລາຍຢ່າງ, ເປັນຕົ້ນແມ່ນຜ່ານຜ່າລະດັບລາຍຮັບປານກາງ.

        ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຫວຽດນາມ ພວມມານະພະຍາຍາມພັດທະນາ, ເຊື່ອມໂຍງເຂົ້າກັບສາກົນ. ໃນວິວັດການນັ້ນ, ຫວຽດນາມ ສະແດງຄວາມເຄົາລົບ ແລະ ຮັບຟັງບັນດາຄຳເຫັນໃຫ້ຄຳປຶກສາຂອງປະຊາຄົມສາກົນ. ທ່ານນາຍົກລັດຖະມົນຕີຕີລາຄາສູງຄວາມຕັ້ງໜ້າ, ຄວາມຮັບຜິດຊອບຂອງບັນດາການນຳ WB ໃນການຮ່ວມມືກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ຜ່ານເວທີປາໄສນີ້, WB  ແລະ ປະຊາຄົມສາກົນຈະປະກອບຄຳເຫັນ, ໃຫ້ຄຳປຶກສານະໂຍບາຍໃຫ້ແກ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ