ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບບາງວິສາຫະກິດ, ນັກລົງທຶນຕ່າງປະເທດ

(VOVWORLD) - ຕອນບ່າຍວັນທີ 26 ເມສາ, ທີ່ນະຄອນຫລວງ ປັກກີ່ງ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການຕ້ອນຮັບທ່ານ Jonathan Choi, ປະທານກຸ່ມບໍລິສັດ Sunwah ຂອງ ຮົ່ງກົງ (ຈີນ) ທັງເປັນປະທານຫ້ອງການການຄ້າ ຮົ່ງກົງ - ຫວຽດນາມ ແລະ ທ່ານ David Chow Kam Fai ປະທານກຸ່ມບໍລິສັດ Legendale ຂອງ ມາເກົ້າ (ຈີນ).

        ທ່ານ Jonathan Choi ໄດ້ສະແດງຄວາມເບີກບານມ່ວນຊື່ນກ່ຽວກັບເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມເວທີປາໄສ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”,  ຜ່ານນັ້ນ ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ ຈີນ, ສ້າງກຳລັງໜູນຕື່ມອີກ ເພື່ອໃຫ້ວິສາຫະກິດ 2 ປະເທດຊຸກຍູ້ການຮ່ວມມື.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບບາງວິສາຫະກິດ, ນັກລົງທຶນຕ່າງປະເທດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Jonathan Choi

        ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ບັນດາວິສາຫະກິດ ຮົ່ງກົງ, ຈີນ ຈະສືບຕໍ່ລົງທຶນໃຫ້ຫລາຍກ່ວາອີກ, ມີຄຸນນະພາບດີກ່ວາ, ເປີດກ້ວາງຂົງເຂດການລົງທຶນເຂົ້າ ຫວຽດນາມ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການຕ້ອນຮັບທ່ານ David Chow Kam Fai ປະທານກຸ່ມບໍລິສັດ Legendale, ທ່ານ David Chow Kam Fai ໃຫ້ຮູ້ວ່າ ທ່ານມີຄວາມສົນໃຈ ຫວຽດນາມ ທີ່ສຸດ ແລະ ປາດຖະໜາຢາກລົງທຶນເຂົ້າ 2 ຂົງເຂດແມ່ນທ່ອງທ່ຽວ ແລະ ກະສິກຳເຕັກໂນໂລຊີສູງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບບາງວິສາຫະກິດ, ນັກລົງທຶນຕ່າງປະເທດ - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານ David Chow Kam Fai

ຕອບກັບ

ຂ່າວ/ບົດ​ອື່ນ