ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ Zuru, ນິວຊີແລນ

(VOVWORLD) - ວັນທີ 14 ມິຖຸນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Mathew Mowbay, ປະທານກຸ່ມບໍລິສັດ Zuru ນິວຊີແລນ, ທີ່ພວມມີຄວາມຕັ້ງໃຈຢາກຈະລົງທຶນເຂົ້າ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ Zuru, ນິວຊີແລນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານ Mathew Mowbay (ພາບ: TTXVN)

ນະທີ່ນີ້, ການນຳກຸ່ມບໍລິສັດໄດ້ສະແດງແນວຄວາມຄິດ, ການຄາດຄະເນລົງທຶນຂອງຕົນເຂົ້າໃນຂົງເຂດກໍ່ສ້າງ ດ້ວຍການນຳໃຊ້ເຕັກໂນໂລຢີທັນສະໄໝ, ເປັນມິດກັບສິ່ງແວດລ້ອມ. ທ່ານ Mathew Mowbay ກໍ່ຢືນຢັນວ່າ ເລື່ອງໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳ 4.0 ເພື່ອສ້າງຄຸນນະພາບສູງກ່ວາ, ມີຄ່າໃຊ້ຈ່າຍຖືກກ່ວາ. ທ່ານ Mathew Mowbay ສະແດງໃຫ້ເຫັນຄວາມປາດຖະໜາຢາກສ້າງສູນອຸດສາຫະກຳ 4.0 ຢູ່ ຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍແນວຄິດຢາກການລົງທຶນດຳເນີນທຸລະກິດຂອງກຸ່ມບໍລິສັດ Zuru ແລະ ເຊື່ອໝັ້ນຕໍ່ຄວາມແນວຄວາມຄິດນີ້, ດ້ວຍການນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ຈະປະສົບຜົນສຳເລັດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ຈະສ້າງທຸກເງື່ອນໄຂໃຫ້ແກ່ກຸ່ມບໍລິສັດລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ