ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານອົງການໜູນຊ່ວຍມະຫາວິທະຍາໄລໂລກ ເຢຍລະມັນ

(VOVWORLD) - ຕອນບ່າຍວັນທີ 22 ມີນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Kambiz Ghawami ປະທານອົງການໜູນຊ່ວຍມະຫາວິທະຍາໄລໂລກ ເຢຍລະມັນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານອົງການໜູນຊ່ວຍມະຫາວິທະຍາໄລໂລກ ເຢຍລະມັນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານ Kambiz Ghawami (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ສະໜັບສະໜູນມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ  (ຫວຽດ - ດຶກ) ເຄື່ອນໄຫວຢ່າງສະດວກ ແລະ ຕີລາຄາສູງການສິດສອນຂອງມະຫາວິທະຍາໄລ ຫວຽດ - ດຶກ ມີຄຸນນະພາບ, ນັກສຶກສາຮຽນຈົບຍາມໃດກໍ່ຊອກໄດ້ວຽກງານ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດອັນດີງາມກັບ ເຢຍລະມັນ.

        ສ່ວນທ່ານ Kambiz Ghawami ປາດຖະໜາຢາກພ້ອມກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສ້າງລາຍການລະອຽດ ແນໃສ່ສະເຫຼີມສະຫຼອງເຫດການສ້າງຕັ້ງການພົວພັນທາງການທູດຂອງ 2 ປະເທດ; ມານະພະຍາຍາມລົງນາມໃນສັນຍາຮ່ວມມືດ້ານການສຶກສາ - ບຳລຸງສ້າງລະຫວ່າງ 2 ຝ່າຍໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ