ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ຕາງໜ້າບາງພື້ນຖານເສດຖະກິດສະມາຊິກ APEC

(VOVWORLD) - ຕອນເຊົ້າວັນທີ 20/5, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ຕາງໜ້າດ້ານການຄ້າ ອາເມລິກາ Roert Lighthizer ເຂົ້າຢ້ຽມອຳລາ ແລະ ແລກປ່ຽນກ່ຽວກັບການພົວພັນຮ່ວມມືດ້ານການຄ້າ ຫວຽດນາມ - ອາເມລິກາ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ຕາງໜ້າບາງພື້ນຖານເສດຖະກິດສະມາຊິກ APEC - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ຕາງໜ້າດ້ານການຄ້າ ອາເມລິກາ Roert Lighthizer 


ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນດ້ານການຄ້າເສລີບົນພື້ນຖານຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຖືເປັນສຳຄັນ ແລະ ປາຖະໜາຢາກສືບຕໍ່ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າກັບ ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ອາເມລິກາ ມີບົດບາດສຳຄັນທີ່ສຸດໃນການຮ່ວມມືດ້ານເສດຖະກິດລະຫວ່າງອາຊີ - ປາຊີຟິກ; ຫວັງວ່າ ອາເມລິກາ ຈະເສີມຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຂອງຕົນ, ພິເສດແມ່ນດ້ານເສດຖະກິດການຄ້າ, ປະກອບສ່ວນເຂົ້າຄວາມວັດທະນາຖາວອນລວມໃນພາກພື້ນ ແລະ ໂລກ.

        ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ຢຸ່ນ Hiroshige Seko ນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍການເຂົ້າຮ່ວມຂອງທ່ານ Hiroshige Seko, ຍີ່ປຸ່ນຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງກອງປະຊຸມລັດຖະມົນຕີການຄ້າຂອງບັນດາປະເທດ APEC. ທ່ານນາຍົກລັດຖະມົນຕີກໍ່ສະເໜີບັນດາອົງການກ່ຽວຂ້ອງສອງປະເທດຄວນຕັ້ງໜ້າປຶກສາຫາລື, ເພີ່ມທະວີການຮ່ວມມືໃນການສົ່ງອອກ, ນຳເຂົ້າຜະລິດຕະພັນກະເສດ, ໝາກໄມ້; ຜ່ານນັ້ນປະກອບສ່ວນຍົກສູງວົງເງິນສອງສົ້ນຍົກການພົວພັນດ້ານການຄ້າລະຫວ່າງສອງປະເທດຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ