ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ຕ​ອ​ບ​ສຳ​ພາດ​​ຕໍ່​ນັກ​ຂ່າວໜັງ​ສື​ພິມ ໄທ “The Nation”

(VOVWORLD) -  ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຢູ່ ບາງກອກ, ໄທ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕອບສຳພາດຕໍ່ນັກຂ່າວໜັງສືພິມ ໄທ “The Nation”.
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ຕ​ອ​ບ​ສຳ​ພາດ​​ຕໍ່​ນັກ​ຂ່າວໜັງ​ສື​ພິມ ໄທ “The Nation” - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ແລະ ຈະຕັ້ງໜ້າເຂົ້າຮ່ວມການຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງໄທ, ຊຶ່ງເປັນປະທານ ອາຊຽນ 2019, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ມີຄວາມປາດຖະໜາຢາກພ້ອມກັບບັນດາປະເທດ ສະມາຊິກສ້າງຕັ້ງ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ, ສວມບົດບາດແມ່ນໃຈກາງໃນພາກພື້ນ, ມີກຳລັງຄວາມສາມາດ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ເມື່ອດຳລົງຕຳແໜ່ງປະທານອາຊຽນ ໃນ ປີ 2020, ຫວຽດນາມຈະສືບທອດ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ອາຊຽນບັນລຸໄດ້ໃນຊຸມປີຜ່ານມາ, ສືບຕໍ່ປະກອບສ່ວນປະຕິບັດວິໄສທັດ ອາຊຽນ 2025 ໃຫ້ສຳເລັດ, ເພື່ອ ອາຊຽນສາມັກຄີ, ໝັ້ນຄົງເຂັ້ມແຂງ, ຮ່ວມສຳພັນຢ່າງແໜ້ນແຟ້ນ, ມີບົດບາດ, ຖານະຕຳແໜ່ງໃນພາກພື້ນ ແລະ ສາກົນ.

ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບແງ່ຫວັງ ແລະ ທິດທາງພັດທະນາການພົວພັນລະຫວ່າງ ຫວຽດນາມ - ໄທ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນຮັກສາທ່າພັດທະນາການພົວພັນໃນ 4 ດ້ານຕົ້ນຕໍລວມມີ: ເພີ່ມທະວີການຮ່ວມມືທາງການຄ້າ, ການລົງທຶນ, ມຸ່ງໄປສູ່ເປົ້າໝາຍວົງເງິນການຄ້າສອງສົ້ນບັນລຸໄດ້ 20 ຕື້ USD ໃນ ປີ 2020, ເສີມຂະຫຍາຍບັນດາສິ່ງທີ່ຄ້າຍຄືກັນກ່ຽວກັບ ວັດທະນະທຳ, ສາສະໜາ, ພູມີສາດ - ເສດຖະກິດໃຫ້ໄດ້ຢ່າງສຸດຂີດ, ເພິ່ມທະວີການ ຮ່ວມສຳພັນຢ່າງ ເລິກເຊິ່ງກວ້າງຂວາງຢູ່ອານຸພາກພື້ນແມ່ນ້ຳຂອງ ແລະ ໜູນໃຊ້ບັນດາຂອບເຂດການຮ່ວມມືທີ່ມີຢູ່ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ