ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ: ນັກ​ວິ​ທະ​ຍາ​ສາດ​ແມ່​ນຊັບ​ສົມ​ບັດທີ່​ລ້ຳ​ຄ່າຂອງ​ຊາດ

(VOVWORLD) -ຕອນເຊົ້າວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII, ອາຍຸການ 2020 – 2025, ຂອງສະຫະພັນບັນດາສະມາຄົມ ວິທະຍາສາດ ແລະ ເຕັກນິກ ຫວຽດນາມ ດ້ວຍຫົວຂໍ້: ສາມັກຄີ - ປະດິດຄິດສ້າງ - ປ່ຽນແປງໃໝ່ - ພັດທະນາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ: ນັກ​ວິ​ທະ​ຍາ​ສາດ​ແມ່​ນຊັບ​ສົມ​ບັດທີ່​ລ້ຳ​ຄ່າຂອງ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ສະຫະພັນບັນດາສະມາຄົມ ວິທະຍາສາດ ແລະ ເຕັກນິກ ຫວຽດນາມ ເປັນບ່ອນເຕົ້າໂຮມປັນຍາຊົນດ້ວຍນັກວິທະຍາສາດນັບຫຼາຍພັນຄົນ, ເປັນຊັບສົມບັດທີ່ລ້ຳຄ່າຂອງຊາດ. ທ່ານກ່າວວ່າ:

          ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຄວນຕັ້ງໜ້າເຂົ້າຮ່ວມການປະຕິບັດເປົ້າໝາຍກ່ຽວກັບວິທະຍາສາດເຕັກໂນໂລຢີໃຫ້ຂຶ້ນສູ່ລະດັບສູງໃໝ່, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ດຶງດູດຜູ້ມີຄວາມເກັ່ງກ້າສາມາດ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິສ້າງ, ນຳໃຊ້ວິທະຍາສາດເຕັກໂນໂລຢີຢ່າງແຮງ, ໂດຍສະເພາະແມ່ນ ນຳໃຊ້ຜົນງານການປະຕິວັດອຸດສາຫະກຳຄັ້ງທີ 4, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາໄວ ແລະ ຍືນຍົງຂອງປະເທດຊາດ. ຕ້ອງເຮັດໃຫ້ວິທະຍາສາດ ເຕັກໂນໂລຢີກາຍເປັນກຳລັງໜູນສຳຄັນຢ່າງແທ້ຈິງ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິົນ, ກຳລັງແຮງ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົ.


ຕອບກັບ

ຂ່າວ/ບົດ​ອື່ນ