ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປຸກລະດົມ ລາຍການເພື່ອສຸຂະພາບຫວຽດນາມ

(VOVWORLD) -ສຸຂະພາບ ແມ່ນສິ່ງທີ່ລໍ້າຄ່າທີ່ສຸດຂອງປະຊາຊົນ ແລະ ທົ່ວສັງຄົມ

        ເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີ ແຫ່ງວັນແພດໝໍຫວຽດນາມ ຄືວັນທີ 27 ກຸມພາ, ຕອນເຊົ້າວັນທີ 27 ກຸມພາ, ຢູ່ສໍານັກງານກະຊວງສາທາລະນະສຸກຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ປຸກລະດົມລາຍການເພື່ອສຸຂະພາບຫວຽດນາມ. ນີ້ແມ່ນການເຄື່ອນໄຫວ ໂດຍກະຊວງສາທາລະນະສຸກ ສົມທົບກັບກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ, ກະຊວງສຶກສາ ແລະ ບໍາລຸງສ້າງ ແລະ ກະຊວງຈໍານວນໜຶ່ງຂອງຫວຽດນາມ ຜັນຂະຫຍາຍ ແລະ ໄດ້ຮັບການຖ່າຍທອດຜ່ານເຄືອຂ່າຍອິນເຕີເນັດ ຢູ່ 63 ຈຸດ ທີ່ ບັນດາແຂວງ, ນະຄອນ ແລະ ກວ່າ 700 ຈຸດ ຢູ່ບັນດາເມືອງ, ເທດສະບານ ໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປຸກລະດົມ ລາຍການເພື່ອສຸຂະພາບຫວຽດນາມ - ảnh 1ທ່ານນາຍົກລັດຖະມົົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ພິທີປຸລະດົມ (ພາບ:VOV)

        ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກ ສຸຂະພາບ ແມ່ນສິ່ງທີ່ລໍ້າຄ່າທີ່ສຸດຂອງປະຊາຊົນ ແລະ ທົ່ວສັງຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ເລື່ອງຮັກສາ, ເບິ່ງແຍງດູແລ, ຍົກສູງຄຸນນະພາບສຸຂະພາບ ແມ່ນໜ້າທີ່ຂອງປະຊາຊົນທຸກຄົນ, ທຸກຄອບຄົວ ແລະ ທັງລະບົບການເມືອງ. ທ່ານກ່າວວ່າ:

        “ຂ້າພະເຈົ້າຮຽກຮ້ອງໃຫ້ພວກເຮົາທຸກຄົນ ຈົ່ງເລີ່ມແຕ່ວຽກປະຕິບັດ ແລະ ຮັກສາບັນດາການກະທໍາ, ວິຖີຊີວິດທີ່ປອດໃສ ມີປະໂຫຍດແກ່ສຸຂະພາບ ເພື່ອຮັກສາ, ເບິ່ງແຍງດູແລ ແລະ ຍົກສູງຄຸນນະພາບສຸຂະພາບໃຫ້ຕົວເຮົາເອງ, ໃຫ້ຄອບຄົວ ແລະ ສັງຄົມ. ຈົ່ງກວດສຸຂະພາບເປັນປະຈໍາ ແລະ ປະຕິບັດຖືກຕ້ອງຕາມຄໍາສັ່ງຂອງທ່ານໝໍ. ກິນອາຫານໃຫ້ມີໂພສະນາການຢ່າງເໝາະສົມ, ຫຼຸດເກື່ອ, ກິນຜັກຫຼາຍກວ່າ, ບໍ່ສູບຢາ, ຈໍາກັດກິນເຫຼົ້າ, ກິນເບຍ ແລະ ສິ່ງສໍາຄັນ ແມ່ນອອກກໍາລັງກາຍເປັນປະຈໍາ”.

        ພິທີປຸກລະດົມ ແມ່ນການຫັນຂໍ້ຕົກລົງເລກທີ 1092 ຂອງນາຍົກລັດຖະມົນຕີທີ່ອະນຸມັດຜ່ານ ລາຍການສຸຂະພາບຫວຽດນາມ, ເຊິ່ງປະກາດໃຊ້ໃນເດືອນ ກັນຍາ 2018.  ບາງຄາດໝາຍລະອຽດຄື ຮອດປີ 2015, ຫຼຸດຜ່ອນຈໍານວນເດັກອາຍຸຕໍ່າກວ່າ 5 ປີທີ່ຂາດອາຫານລົງຕໍ່າກວ່າ 20%; ຄວບຄຸມອັດຕາຕຸ້ຍພີຢູ່ຄົນເຕີບໃຫຍ່ ໃຫ້ຕໍ່າກວ່າ 12%. ເພີ່ມຄວາມສູງສະເລ່ຍຂອງຊາວໜຸ່ມ ອາຍຸ 18 ປີ ສໍາລັບຜູ້ຊາຍ ແມ່ນ 167 cm, ຍິງ ແມ່ນ 156 cm...


ຕອບກັບ

ຂ່າວ/ບົດ​ອື່ນ