ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ຊວັນ​ຟຸກ: ປະ​ຕິ​ບັດ​ການ​ແຍກ​ຕົວ​​ທົ່ວ​ສັງ​ຄົມ​ໃນ​ຂອບ​ເຂດ​ທົ່ວປະ​ເທດໃນ​​ເວ​ລາ 15 ວັນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫາກໍ່ປະກາດຄຳສັ່ງເລກທີ 16 ກ່ຽວກັບການປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ຊວັນ​ຟຸກ: ປະ​ຕິ​ບັດ​ການ​ແຍກ​ຕົວ​​ທົ່ວ​ສັງ​ຄົມ​ໃນ​ຂອບ​ເຂດ​ທົ່ວປະ​ເທດໃນ​​ເວ​ລາ 15 ວັນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຄຳສັ່ງໄດ້ຊີ້ແຈ້ງວ່າ: ໂລກລະບາດ Covid – 19 ໄດ້ ແຜ່ລະບາດໃນຂອບເຂດທົ່ວໂລກ ແລະ ຢູ່ ຫວຽດນາມ, ຈຳນວນຜູ້ຕິດເຊື້ອ Covid – 19 ພວມນັບມື້ນັບເພີ່ມຂຶ້ນຢ່າງວ່ອງໄວໃນແຕ່ລະວັນ ແລະມີຄວາມສ່ຽງແຜ່ລະບາດອອກສູ່ວົງຄະນະຍາດ.ຄາດຄະເນວ່າ ໂລກລະບາດຈະແຜ່ລະບາດຢ່າງວ່ອງໄວໃນວົງກ້ວາງ, ນາບຂູ່ຢ່າງຮ້າຍແຮງເຖິງຊີວິດອິນຊີ, ສຸຂະພາບຂອງມະນຸດ ແລະ ເສດຖະກິດ - ສັງຄົມ ຂອງປະເທດຊາດ. ດ້ວຍເນື້ອໃນຈິດໃຈຖືສຸຂະພາບ ແລະ ຊີວິດອິນຊີຂອງມະນຸດເໜືອກ່ວາສິ່ງໃດໝົດ, ເພື່ອສືບຕໍ່ເປັນເຈົ້າການສະກັດກັ້ນ, ຄວບຄຸມໂລກລະບາດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ ສຸມໃສ່ຢ່າງສູງສຸດປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ໄດ້ວາງອອກ, ປະຕິບັດຕາມບັນດາຄຳສັ່ງຂອງລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ປະຕິບັດບັນດາມາດຕະການຮີບດ່ວນຢ່າງມີປະສິດທິຜົນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ