ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ວ່າ ວິ​ສາ​ຫະ​ກິດ ສ.ເກົາຫຼີ​ສ້າງ​ຜົນ​ສຳ​ເລັດ​ທີ່​ມະ​ຫັດ​ສະ​ຈັນ​ໃໝ່​ເມື່ອ​ເຂົ້າ​ມາ​ລົງ​ທຶນຢູ່ ຫວຽດ​ນາມ

(VOVWORLD) -ບັນດາວິສາຫະກິດ, ການນຳບັນດາກຸ່ມບໍລິສັດໃຫຍ່ ສ.ເກົາຫຼີ ຕີລາຄາ ວ່າ ຫວຽດນາມຈະແມ່ນປະເທດສຳຄັນໃນນະໂຍບາຍມຸ່ງໄປສູ່ທາງທິດໃຕ້ຂອງທ່ານປະທານາທິບໍດີ Moon Jae-in, ແລະ ມີຄວາມປາດຖະໜາຢາກ ເປີດກ້ວາງການລົງທຶນ ຢູ່ ຫວຽດນາມ ໃນບັນດາຂົງເຂດຄື: ກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ທະນາຄານ…

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ວ່າ ວິ​ສາ​ຫະ​ກິດ ສ.ເກົາຫຼີ​ສ້າງ​ຜົນ​ສຳ​ເລັດ​ທີ່​ມະ​ຫັດ​ສະ​ຈັນ​ໃໝ່​ເມື່ອ​ເຂົ້າ​ມາ​ລົງ​ທຶນຢູ່ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີກ່າວຄຳເຫັນທີ່ ເຮັດວຽກ ກັບວິສາຫະກິດ ແຖວໜ້າ20 ແຫ່ງຂອງ ສ.ເກົາຫຼີ

(ພາບ: VGP)

ໂດຍສືບຕໍ່ການຢ້ຽມຢາມ ສ.ເກົາຫຼີຢ່າງເປັນທາງການ, ຕອນເຊົ້າວັນທີ 28 ພະຈິກ, ຢູ່ເຊີອຸນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປເຮັດວຽກ ກັບວິສາຫະກິດ ແຖວໜ້າ20 ແຫ່ງຂອງ ສ.ເກົາຫຼີ ໃນຫຼາຍຂົງເຂດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະໜາວ່າ ບັນດາວິສາຫະກິດ ສ.ເກົາຫຼີສ້າງ ຜົນສຳເລັດທີ່ມະຫັດສະຈັນໃໝ່ເມື່ອເຂົ້າມາລົງທຶນຢູ່ ຫວຽດນາມ. ທ່ານກ່າວວ່າ:

        ຖ້າຫາກວ່າ ສ.ເກົາຫຼີເຄີຍສ້າງ ຜົນສຳເລັດທີ່ມະຫັດສະຈັນແມ່ນ້ຳ ຮານ, ພວກເຮົາປາດຖະໜາ ບັນດາວິສາຫະກິດ ສ.ເກົາຫຼີຈະ ສ້າງໄດ້ ຜົນສຳເລັດທີ່ມະຫັດສະຈັນໃໝ່, ນັ້ນແມ່ນ ນຳໜ້າຢ່າງຮອບດ້ານໃນການຮ່ວມມືກັບ ຫວຽດນາມ, ສະໜັບສະໜູນຈິດໃຈມຸ່ງໄປສູ່ທິດໃຕ້ຂອງທ່ານປະທານາທິບໍດີ Moon Jae-in ເພື່ອປະກອບສ່ວນເຂົ້າການສ້າງສາ ຫວຽດນາມ ພັດທະນາ. ພວກຂ້າພະເຈົ້າ ຫວັງວ່າ ໃນປີ 2020, ວົງເງິນການຄ້າສອງສົ້ນຈະບັນລຸໄດ້ 100 ຕື້ USD ແລະ ສູງກ່ວາອີກໃນໄລຍະຈະມາເຖິງ.

        ສ່ວນບັນດາວິສາຫະກິດ, ການນຳບັນດາກຸ່ມບໍລິສັດໃຫຍ່ ສ.ເກົາຫຼີ ຕີລາຄາ ວ່າ ຫວຽດນາມຈະແມ່ນປະເທດສຳຄັນໃນນະໂຍບາຍມຸ່ງໄປສູ່ທາງທິດໃຕ້ຂອງທ່ານປະທານາທິບໍດີ Moon Jae-in, ແລະ ມີຄວາມປາດຖະໜາຢາກ ເປີດກ້ວາງການລົງທຶນ ຢູ່ ຫວຽດນາມ ໃນບັນດາຂົງເຂດຄື: ກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ທະນາຄານ…

        ແລະ ກໍ່ໃນຕອນບ່າຍ ວັນທີ 27 ພະຈິກ, ຢູ່ ເຊີອຸນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ, ໂອ້ລົມກັບພະນັກງານ, ພາລະກອນ ສະຖານທູດ ພ້ອມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ, ແຮງງານ ແລະ ນັກສຶກສາ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກ ຢູ່ ສ.ເກົາຫຼີ.

        ເມື່ອແຈ້ງໃຫ້ຊາບກ່ຽວກັບບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ປະຊາຄົມ ຫວຽດນາມ ປະຈຳ ສ.ເກົາຫຼີ ຈະປະຕິບັນຢ່າງຖືກຕ້ອງຕາມກົດໝາຍຂອງປະເທດປະຈຳຖິ່ນ, ປົກປັກຮັກສາມູນເຊື້ອວັດທະນະທຳ ຫວຽດນາມ ແລະ ກາຍເປັນ ຂົວເຊື່ອມຕໍ່ ໃນການນຳເອົາບັນດາຜະລິດຕະພັນ ຂອງ ຫວຽດນາມເຂົ້າຕະຫຼາດ ສ.ເກົາຫຼີ. ທ່ານກໍ່ສະເໜີໃຫ້ພະນັກງານ, ພາລະກອນ ສະຖານທູດ ສືບຕໍ່ປະຕິບັດສຳເລັດໜ້າທີ່ທີ່ໄດ້ມອບໝາຍ, ໃນນັ້ນ ມີການປົກປ້ອງພົນລະເມືອງ.

        ແລະ ກໍ່ໃນວັນວັນທີ 27 ພະຈິກ, ທ່ານນາຍົກລັດຖະມົນຕີ ໄດ້ມີການພົບປະກັບບັນດາປັນຍາຊົນໜຸ່ມ ຫວຽດນາມ ຢູ່ສ.ເກົາຫຼີ. ທີ່ການ ພົບປະ ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງຄຳຄິດເຫັນ, ຄວາມມຸ່ງມາດປາດຖະໜາ ຂອງ ປັນຍາຊົນບາງຄົນ, ບັນດາຜູ້ທີ່ຍາມໃດກໍ່ຢາກປະກອບສ່ວນພູມປັນຍາ, ກຳລັງແຮງໃຫ້ແກ່ບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ