ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາຖະໜາວ່າ NASDAQ ສືບຕໍ່ເປິດກ້ວາງການຮ່ວມມືກັບວິສາຫະກິດ ຫວຽດນາມ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ຕອນບ່າຍວັນທີ 29 ພຶດສະພາ, ຕາມເວລາ ນິວຢອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Robert H.McCooey Jr, ຮອງປະທານຂັ້ນສູງຂອງຕະຫຼາດຫຼັກຊັບ NASDAQ, ອາເມລິກາ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາຖະໜາວ່າ NASDAQ ສືບຕໍ່ເປິດກ້ວາງການຮ່ວມມືກັບວິສາຫະກິດ ຫວຽດນາມ - ảnh 1ການຕ້ອນຮັບ ຮອງປະທານຂັ້ນສູງຂອງຕະຫຼາດຫຼັກຊັບ NASDAQ, ອາເມລິກາ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ສະໜັບສະໜູນ ແລະ ປາດຖະໜາວ່າ ໝາກຜົນແຫ່ງການຮ່ວມມືນີ້ຈະນຳມາເຊິ່ງຜົນສຳເລັດໃຫ້ແກ່ 2 ຝ່າຍ, ພ້ອມກັນນັ້ນກໍ່ປະກອບສ່ວນຊຸກຍູ້ປະສິດທິຜົນແຫ່ງການຮ່ວມມືເສດຖະກິດ ການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາວ່າ ນັບມື້ນັບມີວິສາຫະກິດ ອາເມລິກາ ຫຼາຍແຫ່ງມາລົງທຶນຜັນຂະຫຍາຍບັນດາໂຄງການຢູ່ ຫວຽດນາມ ແລະ ກົງກັນຂ້າມ, ນັ້ບມື້ນັບມີຫຼາຍວິສາຫະກິດ ຫວຽດນາມ ຫຼາຍແຫ່ງໄປລົງທຶນ, ທຳມາຫາກິນຢູ່ຕະຫຼາດ ອາເມລິກາ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ດ້ວຍອິດທິພົນຊື່ສຽງ ແລະ ຜົນສະທ້ອນຂອງຕົນ, NASDAQ ສືບຕໍ່ເປີດກ້ວາງການຮ່ວມມື ແລະ ໜູນຊ່ວຍຢ່າງແຮງໃຫ້ບັນດາວິສາຫະກິດອື່ນຂອງ ຫວຽດນາມ ທີ່ປະສົບຜົນສຳເລັດໃນຕະຫຼາດຫຼັກຊັບ NASDAQ. ສ່ວນທ່ານ Robert H.McCooey Jr, ຮອງປະທານຂັ້ນສູງຂອງຕະຫຼາດຫຼັກຊັບ NASDAQ ປາດຖະໜາຢາກເປີດກ້ວາງການຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ແລະ ສືບຕໍ່ໄດ້ຮັບການໜູນຊ່ວຍຂອງ ນາຍົກລັດຖະມົນຕີ ແລະ ລັດຖະບານ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ