ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ປະທານສະພາຕໍ່າແບນຊິກ, ເຮັດວຽກກັບວິສາຫະກິດແຖວໜ້າຂອງ ອີຢູ ແລະ ແບນຊິກ

(VOVWORLD) -ວັນທີ 17 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບ ທ່ານ Seigfried Bracke ປະທານສະພາຕໍ່າແບນຊິກ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ປະທານສະພາຕໍ່າແບນຊິກ, ເຮັດວຽກກັບວິສາຫະກິດແຖວໜ້າຂອງ ອີຢູ ແລະ ແບນຊິກ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ມອບຂອງຂວັນເປັນທີ່ລະນຶກ ໃຫ້ແກ່ ທ່ານ Seigfried Bracke ປະທານສະພາຕໍ່າແບນຊິກ (ພາບ:TTXVN)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານປະທານສະພາຕໍ່າແບນຊິກ ໄດ້ຕີລາຄາວ່າ ສອງຝ່າຍຄວນມານະພະຍາຍາມຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ ການຮ່ວມມືໃນບັນດາຂົງເຂດຕ່າງໆ ຄື ການສຶກສາບໍາລຸງສ້າງ, ວິທະຍາສາດເຕັກໂນໂລຢີ, ການຂົນສົ່ງທາງທະເລ, ພະລັງງານສະອາດ. ທ່ານ Seigfried Bracke ກໍ ສະໜັບສະໜູນ ແລະ  ຢັ້ງຢືນວ່າ ຈະມານະພະຍາຍາມຊຸກຍູ້ ແລະ ຕັ້ງໜ້າປຸກລະດົມ ເພື່ອສາມາດລົງນາມ ແລະ ໃຫ້ສັດຕະຍາບັນ ສັນຍາ EVFTA ໂດຍໄວ. ທ່ານ Seigfried Bracke ກໍສະແດງການ ສະໜັບສະໜູນຕໍ່ຫຼັກໝັ້ນຂອງຫວຽດນາມໃນບັນດາບັນຫາສາກົນ ແລະ ພາກພື້ນ ກໍຄືການສົມທົບກັນລະຫວ່າງສອງປະເທດໃນບັນດາເວທີປາໄສຫຼາຍຝ່າຍ ຄື ສປຊ.

        ແລະກໍໃນວັນດຽວກັນ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ກໍມີການພົບປະ ແລະ ເຮັດວຽກກັບ ວິສາຫະກິດແຖວໜ້າຂອງ ອີຢູ ແລະ ແບນຊິກ ກວ່າ  40 ແຫ່ງ. ການເຮັດວຽກດັ່ງກ່າວ ໂດຍຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ສົມທົບກັບສະຖານທູດ ສອງປະເທດຫວຽດນາມ ແລະ ແບນຊິກ, ສະຫະສະມາຄົມວິສາຫະກິດເອີີຣົບປະຈໍາຫວຽດນາມ (Eurocham) ຈັດຕັ້ງຂຶ້ນ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ກວ່າ 40 ແຫ່ງ ຂອງອີຢູ ແລະ ແບນຊິກ  ທີ່ພວມມີການເຄື່ອນໄຫວດໍາເນີນທຸລະກິດ ແລະ ລົງທຶນ ກັບຫວຽດນາມ ມີກາລະໂອກາດພົບປະສົນທະນາກັບ ນາຍົກລັດຖະມົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ