ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບການນຳ ສະມາຄົມສຶກສາເບິ່ງແຍງສຸຂະພາບວົງຄະນະຍາດ

(VOVWORLD) -ທ່ານເນັ້ນໜັກວ່າ ສຸຂະພາບ ແມ່ນຊັບສິນທີ່ລໍ້າຄ່າທີ່ສຸດ ຂອງຄົນເຮົາ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບການນຳ ສະມາຄົມສຶກສາເບິ່ງແຍງສຸຂະພາບວົງຄະນະຍາດ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ການພົບປະ (ພາບ: chinhphu.vn)

ຕອນບ່າຍວັນທີ 4 ມັງກອນ, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບ ສະມາຄົມສຶກສາເບິ່ງແຍງສຸຂະພາບວົງຄະນະຍາດຫວຽດນາມ. ນະທີ່ນີ້ ທ່ານເນັ້ນໜັກວ່າ ເລື່ອງສຶກສາເບິ່ງແຍງດູແລສຸຂະພາບ ຢູ່ແຕ່ລະຄອບຄົວ, ແຕ່ລະບ້ານ ແມ່ນສຳຄັນທີ່ສຸດ. ສະນັ້ນ, ບັນດາການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ ແມ່ນແທດຈິງ ແລະ ມີປະສິດທິຜົນທີ່ສຸດ ເຊັ່ນ ເລື່ອງ ສະມາຄົມ ໄດ້ເຕົ້າໂຮມບຸກຄົນທີ່ມີຄວາມເກັ່ງກ້າສາມາດ, ມີຄວາມຊຳນານງານ,  ມີລະບົບຈັດຕັ້ງເປັນຫຼາຍຮູບຫຼາຍແບບ ແລະ ເຕີບໃຫຍ່ຢ່າງວ່ອງໄວ. ທ່ານນາຍົກລັດຖະມົນຕີ ຖືວ່າ ສິ່ງດັ່ງກ່າວ ແມ່ນສຳຄັນທີ່ສຸດ ເພື່ອສ້າງປະເທດ ຫວຽດນາມຈະເລີນຮຸ່ງເຮືອງ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ຫຼັກມູນ ແລະ ຈຸດປະສົງຂອງສະມາຄົມ ແມ່ນມີຄວາມເປັນມະນຸດສະທຳທີ່ສຸດໃນການປະກອບສ່ວນເພື່ອສຸຂະພາບຂອງວົງຄະນະຍາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຂໍ້ສະເໜີແນະຂອງສະມາຄົມ ກ່ຽວກັບການລະດົມແຫຼ່ງກໍາລັງຂອງບັນດາພາກສ່ວນໃນສັງຄົມ ແລະ ເຫັນດີເປັນເອກະພາບກັບຂໍ້ສະເໜີແນະຂອງສະມາຄົມກ່ຽວກັບການສຸມໃສ່ 3 ກຸ່ມເປ້ົາໝາຍ ນັ້ນແມ່ນ ຜູ້ອາຍຸສູງ, ປັດຈຸບັນມີປະມານ 11 ລ້ານຄົນ, ໃນນັ້ນມີຜູ້ອາຍຸສູງ, ເດັກນ້ອຍ ແລະ ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ປະມານ 400.000 ຄົນ ຍັງບໍ່ທັນມີບັດປະກັນສຸຂະພາບ. ທ່ານເນັ້ນໜັກວ່າ ສຸຂະພາບ ແມ່ນຊັບສິນທີ່ລໍ້າຄ່າທີ່ສຸດ ຂອງຄົນເຮົາ. ດັ່ງນັ້ນ ສະມາຄົມຄວນເພີ່ມທະວີບົດບາດສໍາຄັນດັ່ງກ່າວ ໄປພ້ອມກັບຂະແໜງສາທາລະນະສຸກ. ສະນັ້ນ, ຮູບແບບການສຶກສາ, ບັນດາວິທີການເຄື່ອນໄຫວຂອງສະມາຄົມຕ້ອງເຮັດໃຫ້ດີກວ່າອີກ. ສະມາຄົມຄວນເສີມຂະຫຍາຍການແພດພື້ນເມືອງ, ເຊິ່ງເປັນທ່າແຮງຂອງຂະແໜງສາທາລະນະສຸກຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ