ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ທິມ​ ບານເຕະ ​ຍິງ ຫວຽດ​ນາມ ແລະ ​ທິມ​ ​ບານເຕະ ຊາຍ ຫວຽດ​ນາມ

(VOVWORLD) -ຕອນຄ່ຳວັນທີ 11 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະຢ່າງອົບອູນ ກັບ  ທິມ U 22 ຫວຽດນາມ ທັງ ຍິງ ແລະ ຊາຍທີ່ຄ້ວາ ໄດ້ຫຼຽນຄຳໃນການແຂ່ງຂັນ Sea Games ຄັ້ງທີ 30, ພາຍຫຼັງ 2 ທິມກັບມາປະເທດ. ໃນປະຫວັດສາດການເຂົ້າຮ່ວມ Sea Games, ການເຂົ້າຮ່ວມຄັ້ງນີ້ ປະເພດບານເຕະຫວຽດນາມ ແມ່ນປະສົບຜົນສຳເລັດທີ່ສຸດ ເມື່ອຄ້ວາໄດ້ຫຼຽນຄຳ ທັງ ຊາຍ ແລະ ຍິງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ທິມ​ ບານເຕະ ​ຍິງ ຫວຽດ​ນາມ ແລະ ​ທິມ​ ​ບານເຕະ ຊາຍ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບທິມ ບານເຕະ ຍິງ ຫວຽດນາມ ແລະ ທິມ ບານເຕະ ຊາຍ ຫວຽດນາມ

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມພາກພູມໃຈຕໍ່ຜົນສຳເລັດຂອງ ຄະນະກິລາ ຫວຽດນາມ ຢູ່ Sea Games ຄັ້ງທີ 30 ດ້ວຍຫຼຽນຄຳ 98 ຫຼຽນ ແລະ ຫຼຽນເງິນ, ຫຼຽນທອງຫຼາຍຮ້ອຍຫຼຽນ, ຢືນຢູ່ອັນດັບທີ 2 ຂອງການແຂ່ງຂັນ. ທ່ານນາຍົກລັດຖະມົນຕີ ຖືວ່າ ຜົນສຳເລັດຂອງ ທິມບານເຕະ U22  ຫວຽດນາມ ໄດ້ສ້າງຂີດໝາຍປະຫວັດສາດໃຫ້ແກ່ບານເຕະແຫ່ງຊາດຫວຽດນາມ. ທ່ານກ່າວວ່າ:

        ຂ້າພະເຈົ້າຖືວ່າ ໄຊຊະນະນີ້ບໍ່ພຽງແຕ່ແມ່ນໄຊຊະນະທາງການກິລາເທົ່ານັ້ນຫາກຍັງແມ່ນໄຊຊະນະຂອງນ້ຳໃຈຮັກຊາດ, ຈິດໃຈຫວຽດນາມອີກດ້ວຍ. ໄຊຊະນະແຫ່ງຄວາມສາມັກຄີຕັດສິນໃຈ, ແມ່ນສະຕິຄວາມຮັບຜິດຊອບ ຕໍ່ປະຊົນຊົນຜູ້ຮັກຊາດຫຼາຍລ້ານຄົນ. ເຖິງຢ່າງໃດກໍ່ຕາມ, ໃນນັ້ນຍັງມີການເອົາໃຈໃສ່ເປັນພິເສດຂອງການນຳທຸກຂັ້ນ

ຕອບກັບ

ຂ່າວ/ບົດ​ອື່ນ