ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດາວິສາຫະກິດ ຈີນ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາການພົວພັນ ຫວຽດນາມ - ຈີນ ພວມພັດທະນາຕັ້ງໜ້າ, ຖືນີ້ແມ່ນພື້ນຖານຊຸກຍູ້ການພັດທະນາເສດຖະກິດ - ການຄ້າສອງຝ່າຍ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດາວິສາຫະກິດ ຈີນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການພົບປະ

ຕອນບ່າຍວັນທີ 4 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບການນຳບາງກະຊວງ, ຂະແໜງການມີການໂອ້ລົມສົນທະນາກັບບັນດາວິສາຫະກິດແຖວໜ້າຂອງຈີນ ໃນຂົງເຂດກະສິກຳ, ກໍ່ສ້າງ, ພະລັງງານ, ການເງິນທະນາຄານ, ກອງທຶນລົງທຶນ, ພື້ນຖານໂຄງລ່າງ, ການຄ້າ…

          ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາການພົວພັນ ຫວຽດນາມ - ຈີນ ພວມພັດທະນາຕັ້ງໜ້າ, ຖືນີ້ແມ່ນພື້ນຖານຊຸກຍູ້ການພັດທະນາເສດຖະກິດ - ການຄ້າສອງຝ່າຍ. ໃນນັ້ນ, ຕາມການສະຖິຕິຂອງຈີນແລ້ວ, ຂອບຂະໜາດວົງເງິນການຄ້າສອງຝ່າຍບັນລຸລະດັບ 120 ຕື້ USD/ປີ.  ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຈີນ ໃນກຸ່ມ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

          “ປະຈຸບັນ, ຈີນ ແມ່ນຕະຫຼາດໃຊ້ສອຍຜະລິດຕະພັນກະເສດໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳໃນປີນີ້ຄາດວ່າບັນລຸ 35 ຕື້ USD, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ຂ້າພະເຈົ້າເນັ້ນໜັກວ່າ ຜະລິດຕະພັນກະເສດຂອງ ຫວຽດນາມ ໄດ້ຮັບຄວາມນິຍົມຈາກຊາວຈີນ ທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຜະລິດຕະພັນກະເສດນີ້ຍັງບໍ່ທັນເຂົ້າໄປເລິກເຂົ້າຕະຫຼາດ ຈີນເທື່ອ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າການຮ່ວມມືຂອງພວກເຮົາຍັງບໍ່ທັນດີປານໃດ.”

          ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ການນຳບັນດາກຸ່ມບໍລິສັດ, ວິສາຫະກິດຂອງ ຈີນ, ໃນນັ້ນມີບັນດາວິສາຫະກິດໄດ້ລົງທຶນເຂົ້າ ຫວຽດນາມ ລ້ວນແຕ່ຕີລາຄາສູງຄວາມສາມາດບົ່ມຊ້ອນລົງທຶນເຂົ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ