ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບສະມາຄົມມູນເຊື້ອເຈື່ອງເຊີນ (ສາຍພູຫລວງ)

(VOVWORLD) - ຕອນບ່າຍວັນທີ 10 ສິງຫາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະສັງສັນກັບບັນດາຜູ້ແທນສະມາຄົມມູນເຊື້ອ ເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ໂດຍພົນຈັດຕະວາ ຫວໍເສີ ປະທານສະມາຄົມເປັນຫົວໜ້າຄະນະ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບສະມາຄົມມູນເຊື້ອເຈື່ອງເຊີນ (ສາຍພູຫລວງ) - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບສະມາຄົມມູນເຊື້ອເຈື່ອງເຊີນ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບກັບບັນດານາຍທະຫານ, ນັກວິລະຊົນກຳລັງປະກອບອາວຸດ, ບັນດາອະດີດຊາວໜຸ່ມຕະລຸມບອນ, ກຳມະກອນແນວຮົບ, ບັນດານັກຂ່າວ, ນັກປະພັນ, ນັກວິທະຍາສາດ, ນັກຮົບເກົ່າຂອງສະມາຄົມ. ໃນການດຳລົງຊີວິດປະຈຸບັນ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງບັນດາກົມກອງທະຫານ ເຈື່ອງເຊີນ ໄດ້ເສີມຂະຫຍາຍມູນເຊື້ອ, ປະຕິບັດການເຄື່ອນໄຫວແທດຈິງຫລາຍຢ່າງ, ອຸດົມສົມບູນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ, ປົກປັກຮັກສາປະເທດຊາດ, ໃນນັ້ນ ມີບັນດາໂຄງການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກແມ່ນປະສົບຜົນສຳເລັດທີ່ສຸດ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ຈະສືບຕໍ່ບໍລິຫານລັດຖະບານ, ສ້າງລັດຖະບານສັດຊື່ບໍລິສຸດ, ສ້າງສັນ, ຮັບໃຊ້ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ