ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນບັນດາສະມາຊິກລັດຖະບານສະໄໝຕ່າງໆ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນບັນດາສະມາຊິກລັດຖະບານສະໄໝຕ່າງໆ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນ
ບັນດາສະມາຊິກລັດຖະບານສະໄໝຕ່າງໆ

(vovworld) – ​ ​ ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປີ​ລະກາ 2017, ວັນ​ທີ 24/01 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເປັນ​​ເຈົ້າພາບ​ຈັດ​ຕັ້ງ​ງານພົບ​ປະ​ສັງສັນ​ກັບບັນດາ​ສະມາຊິກ​ລັດຖະບານ​ຜ່ານ​​ສະ​ໄໝຕ່າງໆ. ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ສັງ​ສັນ​ມີ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ.

      ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້ຂອບ​ໃຈ​ບັນດາ​ການ​ນຳ, ອະດີດ​ການ​ນຳ​ພັກ, ລັດ, ລັດຖະບານ, ສະພາ​ແຫ​່ງຊາດ​ຜ່ານ​ສະ​ໄໝ​ຕ່າງໆ​ທີ່​ໄດ້ ປະກອບສ່ວນ​ຄຳ​ຄິດ​ຄຳ​ເຫັນອັນ​ລ້ຳ​ຄ່າ​ຫລາຍ​ຢ່າງ ​ເພື່ອ​ປະກອບສ່ວນ​ກໍ່ສ້າງ​ລັດຖະບານ​ໃໝ່​ໃຫ້​ມີ​ຄວາມສ້າງສັນ, ຊື່ສັດ​ບໍລິສຸດ, ຂະຫຍັນ​ຂັນ​ເຄື່ອນ, ຮັບ​ໃຊ້​ປະຊາຊົນ​, ວິ​ສາ​ຫະກິດຢ່າງມີ​ປະສິດທິ​ຜົນ. ​ເມື່ອ​ຫວນ​ຄືນ​ສະພາບ​ການ​ດ້ານເສດຖະກິດ - ສັງຄົມ​​ໃນ​ປີຜ່ານມາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮັບ​ຮູ້​ວ່າ ​ເຖິງ​ວ່າ​ມີ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າທາຍ​ຫລາຍ​ຢ່າງ​ກໍ່ຕາມ ​ແຕ່​ລັດຖະບານ​ອາຍຸ​ການ​ໃໝ່ ກໍ່​ໄດ້ສຳ​ເລັດ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໂດຍ​ພື້ນຖານ. ນີ້​ແມ່ນ​ພື້ນຖານ​ສຳຄັນ ​ເພື່ອ​ບັນ​ລຸ​ລະດັບ​ເຕີບ​ໂຕ​ໃນ​ປີ 2017 ສູງ​ກ່ວາ​ເກົ່າ.

 

ຕອບກັບ

ຂ່າວ/ບົດ​ອື່ນ