ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢ້ຽມຢາມ ມຽນມາ ຢ່າງເປັນທາງການ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ ມຽນມາ ຢ່າງເປັນທາງການໃນລະຫວ່າງວັນທີ 16 – 18 ທັນວາ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ມຽນມາ U Win Myint.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢ້ຽມຢາມ ມຽນມາ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: TTXVN) 

        ໃນການຢ້ຽມຢາມ ມຽນມາ ຢ່າງເປັນທາງການໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະມີການລົງນາມໃນໂຄງການດຳເນີນງານແກ່ການຮ່ວມມືລະຫວ່າງ 2 ປະເທດໄລຍະປີ 2019 – 2024. ນີ້ແມ່ນເອກະສານສຳຄັນ, ຊ່ວຍກຳນົດທິດໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ດ້ວຍວິໄສທັດຍາວນານ ແລະ ນັບມື້ນັບເລິກເຊິ່ງ, ໝັ້ນຄົງ. ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດພວມພັດທະນາຢ່າງສະດວກ. ປັດຈຸບັນ, ຫວຽດນາມ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 7 ຂອງ ມຽນມາ, ດ້ວຍຍອດທຶນບັນລຸເກືອບ 2,2 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ