ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

(VOVWORLD) -  ໂດຍໄດ້ຮັບຄໍາເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ  Moon Jae-in, ຕອນເຊົ້າວັນທີ 24 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ອອກຈາກຮ່າໂນ້ຍ, ເດີນທາງໄປ ສ.ເກົາຫຼີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ສ.ເກົາຫຼີ ຄົບຮອບ 30 ປີ, ກອງປະຊຸມສຸດຍອດແມ່່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 1 ແລະ ຢ້ຽມຢາມ ສ.ເກົາຫຼີ ໃນລະຫວ່່າງວັນທີ 24 – 28 ພະຈິກ 2019.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ (ພາບປະກອບ: TTXVN) 

        ຕາມລາຍການ, ຢູ່ນະຄອນ Busan, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາ ອາຊຽນ - ສ.ເກົາຫຼີ ຄົບຮອບ 30 ປີ, ກອງປະຊຸມສຸດຍອດ ແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 1. ຄາດວ່າ, ທ່ານນາຍົກລັດຖະມົນຕີ ກໍຈະເຂົ້າຮ່ວມກອງປະຊຸມສຸດຍອດ CEO ອາຊຽນ - ສ.ເກົາຫຼີ; ກອງປະຊຸມສຸດຍອດກ່ຽວກັບການ ເລີ່ມຕົ້ນທຸລະກິດ ແລະ ງານວາງສະແດງກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ; ກອງປະຊຸມສຸດຍອດກ່ຽວກັບການເລີ່ມຕົ້ນທຸລະກິດ ອາຊຽນ - ສ.ເກົາຫຼີ.      

        ກອງປະຊຸມສຸດຍອດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 1 ມີຫົວຂໍ້ວ່າ “ການຮ່ວມມືເພື່ອອະນາຄົດຂອງ ແມ່ນໍ້າຂອງ - ສ.ເກົາຫຼີ ວັດທະນາຖາວອນ” ໂດຍທ່ານປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານນາຍົກລັດຖະມົນຕີ ໄທ ເປັນປະທານ, ເຊິ່ງຈະໄດ້ຈັດຕັ້ງຢູ່ Busan, ປະເທດ ສ.ເກົາຫຼີ ໃນວັນທີ 27 ພະຈິກ. ການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຄັ້ງນີ້ ຖືກປະຕິບັດພາຍຫຼັງການຢ້ຽມຢາມ ສ.ເກົາຫຼີ ຂອງນາຍົກລັດຖະມົນຕີ ຫວຽດນາມ ຊຸດກ່ອນເປັນເວລາ 7 ປີ ແລະ ມີຄວາມໝາຍສໍາຄັນໃນການຍູ້ແຮງການພົວພັນຄູ່ຮ່ວມມືກັບ ສ.ເກົາຫຼີ ໃນໄລຍະຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ