ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ຢ້​ຽມ​ຢາມ ສ.ເກົາຫຼີ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ຕອນບ່າຍວັນທີ 27 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປເຖິງນະຄອນຫຼວງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ຢ້​ຽມ​ຢາມ ສ.ເກົາຫຼີ​ຢ່າງ​ເປັນ​ທາງ​ການ - ảnh 1

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢູ່ ສະໜາມບິນ (ພາບ: VGP)

ການຢ້ຽມຢາມໄດ້ດຳເນີນພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ສິ້ນສຸດບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດສະເຫຼີມສະຫຼອງ 30 ປີ ແຫ່ງການພົວພັນເຈລະຈາ ອາຊຽນ - ສ.ເກົາຫຼີ, ກອງປະຊຸມສຸດຍອດ ແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 1 ຢູ່ ນະຄອນ Busan.

        ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢ່າງເປັນທາງການໄດ້ດຳເນີນຢູ່ສະໜາມບິນກອງທັບ ເຊີອຸນ, ໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່ຂັ້ນສູງ ສ.ເກົາຫຼີ ຫຼາຍທ່ານ, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ພ້ອມກັບພະນັກງານສະຖານທູດ ຫວຽດນາມເປັນຈຳນວນຫຼວງຫຼາຍ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ.

  ແລະກໍ່ໃນຕອນບ່າຍວັນທີ 27 ພະຈິກ, ຫຼັງຈາກໄປຮອດ ເຊີອຸ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Choi Young Joo ປະທານສະມາຄົມມິດຕະພາບ ລະຫວ່າງ ສ.ເກົາຫຼີ - ຫວຽດນາມ. ໂດຍຕີລາຄາສູງບັນດາການເຄື່ອນໄຫວທີ່ຕັ້ງໜ້າ ແລະ ມີປະສິດທິຜົນຂອງ ສະມາຄົມ ແລະ ການເຄື່ອນໄຫວທ່ານ Choi Young Joo ໃນໄລຍະທີ່ຜ່ານມາ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສະມາຄົມຈະສືບຕໍ່ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນມິດຕະພາຍ ແບະ ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ສ.ເກົາຫຼີ ໃຫ້ປະສົບຜົນສະເລັດຢູ່ ຫວຽດນາມ ພ້ອມທັງປາດຖະໜາວ່າ ຜ່ານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ, ບັນດາກຸ່ມບໍລິສັດ, ວິສາຫະກິດ ສ.ເກົາຫຼີຈະລົງທຶນເຂົ້າ ຫວຽດນາມ ຢ່າງແຮງກ່ວາອີກ.

        ສ່ວນທ່ານ Choi Young Joo ໄດ້ສະແດງຄວາມປາດຖະໜາຢາກໄດ້ຮັບຄວາມເອົາໃຈໃສ່, ໜູນຊ່ວຍຈາກລັດຖະບານ ຫວຽດນາມ ເພື່ອ ໃຫ້ສະມາຄົມອາດຈະປະກອບສ່ວນເຂົ້າໃນການພົວພັນລະຫວ່າງສອງປະເທດ ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ