ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຂດ 5

(VOVWORLD) -  ຕອນເຊົ້າວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຂດ 5.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຂດ 5 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຜົນງານທີ່ຍິ່ງໃຫຍ່ໃນທຸກດ້ານຂອງກຳລັງປະກອບອາວຸດທະຫານເຂດ 5 ໃນປີ 2017. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ເບິ່ງແຍງດູແລດ້ານຊີວິດການເປັນຢູ່ໃຫ້ພະນັກງານ, ນັກຮົບຢູ່ເຂດຫ່າງໄກສອກຫລີກໃນໂອກາດບຸນປີໃໝ່ປະຈຳຊາດ. ທ່ານນາຍົກລັດຖະມົນຕີກ່າວວ່າ:

        “ຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ສຸດ ຍ້ອນບັນດາສະຫາຍມີການເບິ່ງແຍງດູແລບຸນເຕັດໃຫ້ທະຫານ, ເປັນຕົ້ນແມ່ນພະນັກງານ, ນັກຮົບຢູ່ເຂດຫ່າງໄກສອກຫລີກ, ເຂດທຸກຍາກ, ເຂດຖືກໄພພິບັດທຳມະຊາດ ເຊິ່ງມີທະຫານເວນຍາມ. ບັນດາສະຫາຍຄວນເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ບັນດາກຳລັງກອງທັບໃນບໍລິເວນ. ມື້ນີ້ແມ່ນວັນທີ 26 ເດືອນ 12 ໄລ່ຕາມຈັນທະປະຕິທິນ, ຂ້າພະເຈົ້າຂໍອວຍພອນບຸນເຕັດກອງບັນຊາການ, ການເມືອງ, ບັນດາກົມກອງຂຶ້ນກັບ. ບັນດາສະຫາຍທະຫານເຂດ 5  ຕ້ອນຮັບປີໃໝ່ດ້ວຍຄວາມສູ້ຊົນ, ຝຶກຝົນຫຼໍ່ຫຼອມ ສຳເລັດໜ້າທີ່ການງານຊຶ່ງພັກ, ກອງທັບມອບໝາຍໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ