ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມສະຫະພັນໃຫຍ່ແຮງງານ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 22 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງພົບປະ ແລະ ອວຍພອນບຸນເຕັດພະນັກງານ, ພາລະກອນສະຫະພັນໃຫຍ່ແຮງງານ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມສະຫະພັນໃຫຍ່ແຮງງານ ຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ກຳມະບານທຸກຂັ້ນໃນຂອບເຂດທົ່ວປະເທດປະຕິບັດລະບຽບວິໄນກ່ຽວກັບການອອກແຮງງານເປັນຢ່າງດີ, ປະກອບສ່ວນຍົກສູງສະມັດຕະພາບການອອກແຮງງານ, ສຳເລັດໜ້າທີ່ຂອງ 2018 ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ຂ້າພະເຈົ້າສະເໜີໃຫ້ສະຫະພັນໃຫຍ່ແຮງງານ ຫວຽດນາມ ສືບຕໍ່ຊາບຊຶມຈິດໃຈ ຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ, ປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ກຳມະກອນ. ທີ່ສອງແມ່ນສະພາບເກີດອຸບັດຕິເຫດແຮງງານ. ຂ້າພະເຈົ້າສະເໜີ ຕ້ອງຊຸກຍູ້ປະຕິບັດວຽກງານປົກປ້ອງຄົນງານໃຫ້ດີກ່ວາເກົ່າ ເພື່ອຫລີກລ້ຽງບາດແຜໃຫ້ຊາວຜູ້ອອກແຮງງານ

        ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ທີ່ໄດ້ລົງນາມໃນຂັ້ນລັດຖະມົນຕີ ແລະ ປະເທດຕ່າງໆເກືອບຄືວ່າໄດ້ເຫັນດີເຫັນພ້ອມ ແລະ ເນື້ອໃນການເຈລະຈາມີບັນຫາແຮງງານ, ກຳມະບານ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ສະຫະພັນໃຫຍ່ແຮງງານ ຫວຽດນາມ ມີວິທີການເປັນເຈົ້າການ, ໜູນຊ່ວຍກຳມະກອນຜູ້ອອກແຮງງານຝຶກຝົນຫຼໍ່ຫຼອມຍົກສູງລະດັບຄວາມຮູ້, ສີມືແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ