ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັ​ນ​ຟຸກ ລົງ​ກວດ​ກາ​ວຽກ​ງານ​ຜັນ​ຂະ​ຫຍາຍ​ມາດ​ຕະ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊຶມ ຢູ່​ແຂວງ​ຕຽນ​ຢາງ

(VOVWORLD) -   ຕອນເຊົ້າວັນທີ 23 ກັນຍາ, ຢູ່ຕາແສງຮຽບດຶກ, ເມືອງ ກາຍໄລ້, ແຂວງ ຕຽນຢາງ ພາກໃຕ້ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານ ໄດ້ລົງກວດກາການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ ທີ່ສົ່ງຜົນກະທົບຕໍ່ການຜະລິດກະສິກຳ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັ​ນ​ຟຸກ ລົງ​ກວດ​ກາ​ວຽກ​ງານ​ຜັນ​ຂະ​ຫຍາຍ​ມາດ​ຕະ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊຶມ ຢູ່​ແຂວງ​ຕຽນ​ຢາງ - ảnh 1  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໂອ້ລົມກັບພໍ່ແມ່ປະຊາຊົນ ຢູ່ ຕຽນຢາງ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ພໍ່ແມ່ຊາວກະສິກອນ ແລະ ທ້ອງຖິ່ນ ຈົ່ງປຸກລະດົມນ້ຳໃຈຊາວກະສິກອນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍູ້ແຮງການໝູນໃຊ້ເຕັກໂນໂລຢີວິທະຍາສາດ - ເຕັກນິກສູງ ເຂົ້າໃນການຜະລິດກະສິກຳ. ໃນເງື່ອນໄຂຖືກໄພແຫ້ງແລ້ງ, ນໍ້າທະເລຊຶມ, ລັດຖະບານຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ດ້ວຍບັນດາມາດຕະການທີ່ລະອຽດ ເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ໄພແຫ້ງແລ້ງ, ນ້ຳທະເລຊຶມ, ໜູນຊ່ວຍພໍ່ແມ່ຊາວກະສິກອນ. ທ່ານກ່າວວ່າ:

        “ສຳລັບຂໍ້ສະເໜີ ກໍ່ສ້າງຄັນຄູເພື່ອກັ້ນນ້ຳທະເລຊຶມ, ລັດຖະບານຈະມອບໃຫ້ອົງການມີໜ້າທີ່ຄົ້ນຄວ້າ ເພື່ອມີມາດຕະການແກ້ໄຂໃນຍາວນານ. ແຕ່ໃນສະເພາະໜ້າ, ບັນດາທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນຕ້ອງເປັນເຈົ້າການໃນການກໍ່ສ້າງໜອງ, ອ່າງເກັບນ້ຳຈືດ ເພື່ອເປັນແຫຼ່ງສະໜອງນ້ຳຮັບໃຊ້ການກະສິກຳ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພ້ອມກັບບັນດາອົງການກ່ຽວຂ້ອງ ສະເໜີນະໂຍບາຍ ຫຼື ມາດຕະການໜູນຊ່ວຍພໍ່ແມ່ຊາວກະສິກອນ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໄພແຫ້ງແລ້ງ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັ​ນ​ຟຸກ ລົງ​ກວດ​ກາ​ວຽກ​ງານ​ຜັນ​ຂະ​ຫຍາຍ​ມາດ​ຕະ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊຶມ ຢູ່​ແຂວງ​ຕຽນ​ຢາງ - ảnh 2ທ່ານນາຍົກລັດຖະມົນຕີ ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ  (ພາບ: TTXVN)

        ໃນຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນ ໝີທໍ, ແຂວງ ຕ່ຽນຢາງ, ທ່ານນາຍົກລັດຖະມົນຕີ ໄດ້ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກ່ຽວກັບບັນດາມາດຕະການຮັບມືກັບໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ ໃນລະດູແລ້ງ ປີ 2020 – 2021.ກ່າວຄຳເຫັນນະທີ່ນີ້, ທ່ານກ່າວວ່າ:

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັ​ນ​ຟຸກ ລົງ​ກວດ​ກາ​ວຽກ​ງານ​ຜັນ​ຂະ​ຫຍາຍ​ມາດ​ຕະ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊຶມ ຢູ່​ແຂວງ​ຕຽນ​ຢາງ - ảnh 3ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXNV) 


“ພວກເຮົາຕ້ອງຍູ້ແຮງການຫັນປ່ຽນໂຄງປະກອບການຜະລິດ. ປີນີ້ແມ່ນປີ ຫວຽດນາມ ສົ່ງອອກສະບຽງອາຫານ ຢືນອັນດັບໜຶ່ງໃນໂລກ. ສິ່ງດັ່ງກ່າວຕິດພັນກັບການເພີ່ມປະລິມານການຜະລິດ ແລະ ເນື້ອທີ່ປູກຝັງ ຊຶ່ງອາດຈະເກີດຂຶ້ນ, ໂດຍສະເພາະແມ່ນເມື່ອພວກເຮົາສົ່ງອອກເຂົ້າສານໄປຍັງ ອີຢູ ດ້ວຍອັດຕາພາສີ 0%. ແຕ່ໃນສະພາບການປັດຈຸບັນ, ເລື່ອງຫຼຸດເນື້ອທີ່ປູກເຂົ້ານາແຊງ ແມ່ນຄວນໄດ້ວາງອອກ. ບັນຫາທີ່ສອງແມ່ນ, ປັດຈຸບັນພວມແມ່ນລະດູຝົນ, ສະນັ້ນ ພວກເຮົາຄວນເປັນເຈົ້າການສ້າງອ່າງເກັບນ້ຳຈືດໄວ້”.

ຕອບກັບ

ຂ່າວ/ບົດ​ອື່ນ