ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ລົງ​ເຮັດ​ວຽກ​ຢູ່​ແຂວງ ຖ໊າຍ​ບິ່ງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ໃຫ້ວາງສີລາລຶກ ໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດພື້ນຖານໂຄງລ່າງເຂດອຸດສາຫະກຳ ລຽນຮ່າຖ໊າຍ.
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ລົງ​ເຮັດ​ວຽກ​ຢູ່​ແຂວງ ຖ໊າຍ​ບິ່ງ - ảnh 1ງານວາງສີລາລຶກ ໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດພື້ນຖານໂຄງລ່າງເຂດອຸດສາຫະກຳ ລຽນຮ່າຖ໊າຍ (Green iP-1) (ພາບ: VGP)

ຕອນເຊົ້າວັນທີ 13 ທັນວາ ຢູ່ເທດສະບານ ຢຽມດ່ຽນ, ເມືອງ ຖ໊າຍຖຸ້ຍ, ແຂວງຖ໊າຍບິ່ງ ຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ໃຫ້ວາງສີລາລຶກ ໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດພື້ນຖານໂຄງລ່າງເຂດອຸດສາຫະກຳ ລຽນຮ່າຖ໊າຍ (Green iP-1) ຊຶ່ງມີເນື້ອທີ່ກວ້າງ 588,84 ha. ໂຄງການດັ່ງກ່າວ ມີເງິນລົງທຶນທັງໝົດ 3.885 ຕື້ ດົ່ງ, ຕັ້ງຢູ່ຕາແສງ ຖຸ້ຍລຽນ ແລະ ເທດສະບານ ຢຽມດຽນ, ກຳນົດເວລາປະຕິບັດໂຄງການດັ່ງກ່າວ ແມ່ນ 50 ປີ. ເມື່ອນຳເຂົ້າເຄື່ອນໄຫວ, ໂຄງການດັ່ງກ່າວຈະສົ່ງຜົນກະທົບຢ່າງແຮງເຖິງການພັດທະນາເສດຖະກິດ - ສັງຄົມຂອງແຂວງຖ໊າຍບິ່ງ ແລະ ບັນດາແຂວງເຂດທົ່ງພຽງແມ່ນ້ຳແດງ ທາງພາກເໜືອຂອງຫວຽດນາມ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ລົງ​ເຮັດ​ວຽກ​ຢູ່​ແຂວງ ຖ໊າຍ​ບິ່ງ - ảnh 2

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ງານເປີດສະຫຼອງອະນຸສາວະລີ ລຸງໂຮ່ ກັບຊາວກະສິກອນ ຫວຽດນາມ (ພາບ: TTXVN)

ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 12 ທັນວາ, ຢູ່ສະໜາມຫຼວງ ຖ໊າຍບິ່ງ, ນະຄອນ ຖ໊າຍບິ່ງ, ແຂວງ ຖ໊າຍບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີເປີດສະຫຼອງອະນຸສາວະລີ ລຸງໂຮ່ ກັບຊາວກະສິກອນ ຫວຽດນາມ.  ຄາວ ປະທານໂຮ່ຈີມິນ ຍັງມີຊີວິດຢູ່, ເພິ່ນໄດ້ແວ່ຢາມແຂວງ 5 ຄັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ