ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສົ່ງຄໍາແບ່ງເບົາຄວາມເສົ້າສະຫຼົດໃຈ ຕໍ່ຄອບຄົວຜູ້ປະສົບເຄາະຮ້າຍ ທີ່ເສຍຊີວິດໃນລົດຕູ້ container ຢູ່ ອັງກິດ

(VOVWORLD) - ຕອນຄໍ່າວັນທີ 7 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງຄໍາແບ່ງເບົາຄວາມເສົ້າສະຫຼົດໃຈ ຕໍ່ບັນດາຄອບຄົວຂອງຜູ້ປະສົບເຄາະຮ້າຍທີ່ເສຍຊີວິດໃນລົດຕູ້ container ຢູ່ ອັງກິດ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສົ່ງຄໍາແບ່ງເບົາຄວາມເສົ້າສະຫຼົດໃຈ ຕໍ່ຄອບຄົວຜູ້ປະສົບເຄາະຮ້າຍ ທີ່ເສຍຊີວິດໃນລົດຕູ້ container ຢູ່ ອັງກິດ - ảnh 1ສານແບ່ງເບົາຄວາມເສົ້າສະຫຼົດໃຈ ຂອງທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ (ພາບ: TTXNV)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ນໍາກະຊວງການຕ່າງປະເທດຫວຽດນາມ, ກະຊວງຕໍາຫຼວດຫວຽດນາມ, ບັນດາອົງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ສົມທົບກັບບັນດາອົງການເຈົ້າໜ້າທີ່ຂອງ ອັງກິດ ຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນດາບັນຫາກ່ຽວຂ້ອງ, ຢັ້ງຢືນຂໍ້ມູນ, ຊື່ ແລະ ນາມສະກຸນຂອງຜູ້ປະສົບເຄາະຮ້າຍ ຢ່າງຮີບດ່ວນ, ປະຕິບັດບັນດາມາດຕະການປົກປ້ອງທີ່ຈໍາເປັນ, ເພື່ອນໍາເອົາສົບຂອງຜູ້ປະສົບເຄາະຮ້າຍກັບມາປະເທດໂດຍໄວ.

        ໃນວັນດຽວກັນ, ກະຊວງຕໍາຫຼວດຫວຽດນາມ ໄດ້ອອກແຈ້ງການທາງສື່ມວນຊົນ ໂດຍໃຫ້ຮູ້ວ່າ 39 ຄົນ ທີ່ເສຍຊີວິດຢູ່ອັງກິດນັ້ນແມ່ນ ພົນລະເມືອງຫວຽດນາມ ທີ່ມີສໍາມະໂນຄົວຢູ່ ແຂວງຫ໋າຍຟ່ອງ, ຫ໋າຍເຢືອງ, ເງະອານ, ຮ່າຕິ໊ງ, ກວ໋າງບິ່ງ, ເທື່ອທຽນ-ເຫວ້. ກະຊວງຕໍາຫຼວດຫວຽດນາມ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງ ຕໍ່ຄອບຄົວບັນດາຜູ້ປະສົບເຄາະຮ້າຍ ແລະ ຫວັງວ່າ ບັນດາຄອບຄົວດັ່ງກ່າວຈະຜ່ານພົ້ນຄວາມເຈັບປວດ ແລະ ການສູນເສຍອັນໃຫຍ່ຫຼວງນີ້ ໂດຍໄວ.

        ຕອນຄໍ່າວັນທີ 7 ພະຈິກ, ທ່ານ  Gareth Ward ເອກອັກຄະລັດຖະທູດ ອັງກິດ ແລະ ອຽກລັງເໜືອ ປະຈໍາຫວຽດນາມ ກໍໄດ້ສົ່ງຄໍາແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ບັນດາຄອບຄົວຜູ້ປະສົບເຄາະຮ້າຍ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ