ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັນ​ຟຸກ ສົ່ງ​ໂທລະເລກທາງການກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -  ໂທລະເລກທາງການ ໄດ້ສົ່ງໄປຍັງ ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງໄດ້ຊີ້ແຈ້ງວ່າ: ສະພາບໂລກລະບາດໃນໂລກພວມມີການຜັນແປຢ່າງຮ້າຍແຮງທີ່ສຸດ. ຫວຽດນາມຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ໄດ້ວາງອອກຢ່າງເຂັ້ມງວດ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັນ​ຟຸກ ສົ່ງ​ໂທລະເລກທາງການກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: nld.com.vn)

ຕອນຄ່ຳວັນທີ 27 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຊັນ ປະກາດໃຊ້ ໂທລະເລກທາງການ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ໃນນັ້ນ ໄດ້ຮຽກຮ້ອງໃຫ້ ຕາມຫາຜູ້ສຳຜັດກັບ ຜູ້ຕິດເຊື້ອພະຍາດໂຄວິດ - 19 ເລກທີ 1440ໂດຍໄວ, ຄວບຄຸມ ຜູ້ເຂົ້າເມືອງ ຢ່າງແໜ້ນແຟ້ນ, ບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ ຊຸມຊົນ.

        ໂທລະເລກທາງການ ໄດ້ສົ່ງໄປຍັງ ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງໄດ້ຊີ້ແຈ້ງວ່າ: ສະພາບໂລກລະບາດໃນໂລກພວມມີການຜັນແປຢ່າງຮ້າຍແຮງທີ່ສຸດ. ຫວຽດນາມຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ໄດ້ວາງອອກຢ່າງເຂັ້ມງວດ. ເພີ່ມທະວີການກວດກາ, ແກ້ໄຂບັນດາກໍລະນີລະເມີດຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ເປັນຕົ້ນແມ່ນກໍລະນີຜູ້ຕິດເຊື້ອພະຍາດ ເລກທີ 1440 ຢູ່ວິງລອງ ຢ່າງເຂັ້ມງວດ. ປະຊາຊົນ ຫວຽດນາມ ທຸກຄົນຕ້ອງສະແດງສະຕິ, ຈິດໃຈຄວາມຮັບຜິດຊອບ, ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຕາມ ການສະເໜີແນະຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ ເພື່ອຕ້ອນຮັບບຸນເຕັດປີຄວາຍ 2021 ຢ່າງເບີດບານມ່ວນຊື່ນ, ປອດໄສ, ມີຄວາມປອດໄພ, ປະກອບສ່ວນເຂົ້າໃນຜົນງານຂອງບັນດາເຫດການໃຫຍ່ຫຼວງຂອງປະເທດຊາດໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ