ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ

(VOVWORLD) - ຕອນທ່ຽງວັນທີ 14 ມີນາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນ Auckland

ສິ້ນສຸດການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການອັນດີງາມ ຕາມຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີ Jacinda Andern.

        ການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສ້າງກຳລັງໜູນ, ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດທີ່ໄດ້ສ້າງຕັ້ງມາແຕ່ປີ 2009 ເລິກເຊິ່ງກ່ວາ, ນັບມື້ນັບເຂົ້າສູ່ແທດຈິງ, ສ້າງທ່ວງທ່າເພື່ອນຳການພົວພັນ 2 ປະເທດຂຶ້ນສູ່ລະດັບສູງໃໝ່ - ຄູ່ຮ່ວມມືຍຸດທະສາດ.

ຕອບກັບ

ຂ່າວ/ບົດ​ອື່ນ