ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຫງວຽ​ນ​ຊວັນ​ຟຸກ: ສືບ​ຕໍ່​ປ່ຽນ​ແປງ​ໃຫ​ມ່​ເນື້ອ​ໃນ ແລະ ວິ​ທີ​ການ​ເຄື່ອ​ນ​ໄຫວ​ຂ​ອງ​ກ​ຳ​ມະ​ບານຢ​່າງ​ແຮງ

(VOVWORLD) - ກ່າວຄຳເຫັນທີ່ພິທີ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ໃນຕະຫຼອດໄລຍະ 90 ປີ ແຫ່ງການ ສ້າງຕັ້ງ ແລະ ພັດທະນາ, ກຳມະບານ ຫວຽດນາມ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຮ່ວມເດີນທາງພ້ອມກັບປະເທດຊາດ, ແມ່ນພື້ນຖານການເມືອງ - ສັງຄົມອັນໝັ້ນແກ່ນຂອງພັກ ແລະ ລັດ.
ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຫງວຽ​ນ​ຊວັນ​ຟຸກ: ສືບ​ຕໍ່​ປ່ຽນ​ແປງ​ໃຫ​ມ່​ເນື້ອ​ໃນ ແລະ ວິ​ທີ​ການ​ເຄື່ອ​ນ​ໄຫວ​ຂ​ອງ​ກ​ຳ​ມະ​ບານຢ​່າງ​ແຮງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດຕັ້ງ ພິທີສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງກຳມະບານ ຫວຽດນາມ ( 28 ກໍລະກົດ 1929 – 28 ກໍລະກົດ 2019) ໂດຍມີການເຂົ້າຮ່ວມ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນ  ຟຸກ, ອະດີດເລຂາທິການໃຫຍ່ ນົງດຶກແມ້ງ, ອະດີດປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ພ້ອມກັບບັນດາການນຳ, ອະດີດການນຳພັກ, ລັດ, ບັນດາກະຊວງ,ຂະແໜງການສູນກາງ.

        ກ່າວຄຳເຫັນທີ່ພິທີ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ໃນຕະຫຼອດໄລຍະ 90 ປີ ແຫ່ງການ ສ້າງຕັ້ງ ແລະ ພັດທະນາ, ກຳມະບານ ຫວຽດນາມ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຮ່ວມເດີນທາງພ້ອມກັບປະເທດຊາດ, ແມ່ນພື້ນຖານການເມືອງ - ສັງຄົມອັນໝັ້ນແກ່ນຂອງພັກ ແລະ ລັດ.

        ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຍູ້ແຮງການຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກກ້ວາງ ແລະ ຜົນກະທົບຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4, ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ: ອົງການກຳມະບານ ຫວຽດນາມ ຕ້ອງມີການປ່ຽນແປງໃໝ່ຢ່າງແຮງ, ຮອບດ້ານເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍບັນດາໝາກຜົນອັນຍິ່ງໃຫຍ່ ແລະ ເປັນມູນເຊື້ອຢ່າງສະຫງ່າລາສີ ຂອງ 90 ປີແຫ່ງວັນສ້າງຕັ້ງ ແລະ ເຕີບໃຫຍ່, ພ້ອມທັງຕ້ອງຢັ້ງຢືນໄດ້ບົດບາດເປັນຫຼັກແຫຼ່ງແກ່ນສານ, ກຳນົດທິດ, ນຳໜ້າຂະບວນການກຳມະກອນທົ່ວປະເທດກ້າວຂຶ້ນໃນສະພາບການໃຫມ່.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

ບໍ່ວ່າຈະຢູ່ໃນສະພາບການໃດ, ຍາມໃດພວກເຮົາກໍ່ຢຶດໝັ້ນ ຕໍ່ທັດສະນະຊົນຊັ້ນກຳມະກອນ ແມ່ນຊົນຊັ້ນນຳພາການປະຕິວັດຜ່ານກອງນຳໜ້າ ແມ່ນພັກກອມມູນິດ ຫວຽດນາມ. ດ້ວຍບົດບາດແລະພາລະກຳນັ້ນ, ການເຕີບໃຫຍ່ເຂັ້ມແຂງຂອງຊົນຊັ້ນກຳມະກອນ ແມ່ນປັດໄຈຕັດສິນຊີ້ຂາດໃນການຮັບປະກັນຄວາມສຳເລັດ ຂອງກິດຈະການປ່ຽນແປງໃໝ່, ຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ