ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ​ກ້າວ​ໜ້າກະ​ໂດດ​ຂັ້ນ​ຂອງ​ພື້ນຖານ​ສາທາລະນະ​ສຸກ ຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄໍາຢື້ຢາມຖາມຂ່າວເຖິງພໍ່ແມ່ ແລະ ຝາກຂອງຂວັນໄປໃຫ້ແກ່ເດັກ ຈຸກຍີ ແລະ ຢ້ຽວຍີ.
ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ​ກ້າວ​ໜ້າກະ​ໂດດ​ຂັ້ນ​ຂອງ​ພື້ນຖານ​ສາທາລະນະ​ສຸກ ຫວຽດນາມ - ảnh 1ການຜ່າຕັດແຍກຕົວຄູ່ເດັກຝາແຝດ ຈຸກຍີ  ແລະ ຢ້ຽວຍີ ທີ່ມີສະໂພກຕິດໄດ້ປະຕິບັດສໍາເລັດໃນວັນທີ 15 ກໍລະກົດ ຢູ່ ໂຮງໝໍເດັກ ນະຄອນໂຮ່ຈີມິນ (ພາບ: ໂຮງໝໍ ເດັກ ນະຄອນໂຮ່ຈີມິນ)

        ຕອນບ່າຍວັນທີ 15 ກໍລະກົດ, ພາຍຫຼັງໄດ້ຮັບຂ່າວວ່າ ການຜ່າຕັດແຍກຕົວຄູ່ເດັກຝາແຝດ ຈຸກຍີ  ແລະ ຢ້ຽວຍີ ທີ່ມີສະໂພກຕິດກັນອອກຈາກກັນນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ທິມງານແພດໝໍ, ພະຍາບານເກືອບ 100 ຄົນ ທີ່ເຂົ້າຮ່ວມການຜ່າຕັດແຍກຕົວຄູ່ເດັກຝາແຝດ ທີ່ສັບສົນທີ່ສຸດໄດ້ສໍາເລັດໃນວັນທີ 15 ກໍລະກົດ ຢູ່ໂຮງໝໍເດັກ ນະຄອນໂຮ່ຈີມິນ ແລະ ຊ່ວຍໃຫ້ເດັກສອງຄົນດັ່ງກ່າວມີຊີວິດເປັນປົກກະຕິຄືກັບເດັກຄົນອື່ນໆ. ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄໍາຢື້ຢາມຖາມຂ່າວເຖິງພໍ່ແມ່ ແລະ ຝາກຂອງຂວັນໄປໃຫ້ແກ່ເດັກ ຈຸກຍີ ແລະ ຢ້ຽວຍີ.

        ຕາມທ່ານສາດສະດາຈານ, ທ່ານໝໍ ເຈິ່ນດົງອາ ແລ້ວ, ການຜ່າຕັດດັ່ງກ່າວ ໄດ້ສ້າງຂີດໝາຍປະຫວັດສາດ ແລະ ສະແດງໃຫ້ເຫັນຄວາມກ້າວໜ້າຢ່າງກະໂດດຂັ້ນຂອງຂະແໜງສາທາລະນະສຸກຫວຽດນາມ ນັບແຕ່ພາຍຫຼັງການຜ່າຕັດຄູ່ເດັກຝາແຝດ ຫວຽດ - ດຶກ ໄດ້ສໍາເລັດກ່ອນນີ້ ເມື່ອ 32 ປີ. 

ຕອບກັບ

ຂ່າວ/ບົດ​ອື່ນ