ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ໂສມງອັກລິງ ຈະນໍາມາເຊິ່ງມູນຄ່ານັບຕື້ USD ໃນທົດສະວັດຈະມາເຖິງ

(VOVWORLD) -ຕອນເຊົ້າວັນທີ 06 ກັນຍາ, ຢູ່່ນະຄອນ ກອນຕຸມ, ແຂວງກອນຕຸມ ຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ ລົງທຶນ ແລະ ພັດທະນາ ໂສມງັອກລິງ ແລະ ບັນດາຕົ້ນສະໝຸນໄພ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ໂສມງອັກລິງ ຈະນໍາມາເຊິ່ງມູນຄ່ານັບຕື້  USD ໃນທົດສະວັດຈະມາເຖິງ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ ແລະ ໃຫ້ຄໍາຊີ້ນໍາຕ້ອງມີນະໂຍບາຍ ລົງທຶນ, ພັດທະນາ ໂສມງັອກລິງ

(ພາບ: VOV)

ເຫດການດັ່່ງກ່າວ ເພື່ອແນໃສ່ຫັນຄໍາຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມທົ່ວປະເທດ ກ່ຽວກັບການພັດທະນາຕົ້ນສະໝູນໄພຫວຽດນາມ ເປັນລະອຽດ, ຕາມນັ້ນແລ້ວ, ເມື່ອຕີລາຄາກ່ຽວກັບສະພາບການຕົວຈິງ, ຄວາມສາມາດບົ່ມຊ້ອນ, ການກໍານົດທິດ, ນະໂຍບາຍພັດທະນາ ໂສມງັອກລິງ ແລະ ຕົ້ນສະໜຸນໄພຊະນິດອື່ນ ຂອງຫວຽດນາມ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງຄຸນຄ່າທີ່ລໍ້າຄ່າຂອງໂສມງັອກລິງ ນັບທັງຂົງເຂດສາທາລະນະສຸກ, ການຮັກສາສຸຂະພາບ ຕະຫຼອດຮອດ ມູນຄ່າດ້ານເສດຖະກິດ. ພ້ອມທັງເຊື່ອໝັ້ນວ່າ ໂສມງັອກລິງຈະ ແມ່ນຄວາມຫວັງໃໝ່ຂອງຫວຽດນາມໃນຂະແໜງສະໝຸນໄພ ແລະ ອາຫານເສີມ, ທ່ານກ່າວວ່າ:

        “ຖ້າຫາກວ່າ ພວກເຮົາ ນໍາໂສມງັອກລິງ ໄປປະສົມກັບບັນດາຕົ້ນສະໝຸນໄພທີ່ມີຢູ່ບັນດາເຂດ, ພາກອື່ນ ຄື ເຫັດລິນຈີພິເສດ, ໂສມຊະນິດຕ່າງໆທີ່ມີຢູ່ພູຮວ່າງລຽນເຊີນ, ຢູ່ແຂວງເງະອານ, ບັນດາຕົ້ນໄມ້ສະໝຸນໄພທີ່ຫາຍາກຢູ່ເຂດໄຕງວຽນ, ເຂດໄຕບັກ ແລະ ເຂດອື່ນໆນັ້ນ ພວກເຮົາສາມາດສ້າງຂະແໜງການສະໝຸນໄພໄດ້ຢ່າງອຸດົມສົມບູນ ແລະ ມີຄວາມສາມາດພຽງພໍ ເພື່ອແກ່ງແຍ້ງຢູ່ໃນພາກພື້ນ ແລະ ທົ່ວໂລກ ໄດ້ຢ່າງແນ່ນອນ”.

        ຄວາມຫວັງຢາກພັດທະນາຂະແໜງປູກຕົ້ນໄມ້ອຸດສາຫະກໍາ ແລະ ປຸງແຕ່ງ ໂສມງັອກລິງ ເພື່ອນໍາມາເຊິ່ງຜົນປະໂຫຍດນັບຕື້ USD ໃນທົດສະວັດຈະມາເຖິງ, ທ່ານນາຍົກລັດຖະມົນຕີຖືວ່າ ຄວນມີບາດກ້າວເດີນຢ່າງເປັນລະບົບ; ສ້າງຍຸດທະສາດ ຫັນຜະລິດຕະພັນ ໂສມ ງັອກລິງ ເປັນຫຼາຍຮູບຫຼາຍແບບ ເພື່ອສົ່ງອອກໄປຍັງບັນດາປະເທດພັດທະນາຄື G7, G20.

        ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ໂສມງັອກລິງ ແມ່ນເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ. ດັ່ງນັ້ນ, ທ່ານ ຈຶ່ງຮຽກຮ້ອງໃຫ້ບາງກະຊວງ, ຂະແໜງການກ່ຽວຂ້ອງ ສະເໜີຍຸດທະສາດກ່ຽວກັບການສ້າງເຄື່ອງໝາຍການຄ້າຂອງໂສມງັອກລິງ ແລະ ມີນະໂຍບາຍບຸລິມະສິດ ເພື່ອສົ່ງເສີມການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ