ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວັນ​ຟຸກ: ຫວຽດ​ນາມ ​ຍູ້​ໂລກ​ລະ​ບາດ Covid – 19 ໃຫ້​ຖອຍ​ໄປ​ໂດຍ​ພື​້ນ​ຖານ

(VOVWORLD) -ຕອນບ່າຍວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ໂດຍເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ຫວຽດນາມ ໄດ້ຍູ້ໂລກລະບາດ Covid – 19 ໃຫ້ຖອຍໄປໂດຍພື້ນຖານ ແລະ ກອງປະຊຸມນີ້ສືບຕໍ່ປຶກສາຫາລືເພື່ອ ອະນຸຍາດໃຫ້ຄ່ອຍໆສືບຕໍ່ການເຄື່ອນໄຫວດຳເນີນທຸລະກິດຄືນໃຫມ່ເພື່ອແກ້ໄຂບັນຫາວຽກເຮັດງານທຳ, ສ້າງຄວາມສະຖຽນລະພາບໃນການຜະລິດ ແລະ ຊຸກຍູ້ການເຕີບໂຕ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວັນ​ຟຸກ: ຫວຽດ​ນາມ ​ຍູ້​ໂລກ​ລະ​ບາດ Covid – 19 ໃຫ້​ຖອຍ​ໄປ​ໂດຍ​ພື​້ນ​ຖານ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP) 

ທ່ານນາຍົກລັດຖະມົນຕີ ຖືວ່າ ຫວຽດນາມມີຈຳນວນພົນລະເມືອງເກືອບ 100 ລ້ານຄົນ ແຕ່ວ່າຜູ້ຕິດເຊື້ອພະຍາດ Covid – 19 ພຽງແຕ່ 270 ຄົນ,ໃນນັ້ນມີ 225 ຄົນຫາຍດີ ແລະ ບໍ່ມີຜູ້ໃດເສຍຊີວິດ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ ທົ່ວລະບົບການເມືອງຕ້ອງປະຕິບັດມາດຕະການສະກັດກັ້ນຢ່າງຂ້ຽວຂາດ, ມີຄວາມຕັດສິນໃຈໃນການປ້ອງກັນສະກັດກັ້ນໂລກລະບາດ ຢ່າງມີປະສິດທິຜົນ.

ຕາມບົດລາຍງານຂອງຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດ Covid -19, ມາຮອດປັດຈຸບັນ, ຫວຽດນາມ ຜະລິດໄດ້ຕົວແບບວິໄຈດ້ວຍຕົນເອງແທນທີ່ແຫຼ່ງນຳເຂົ້າຈາກຕ່າງປະເທດແລ້ວ ແລະ ພວມໄດ້ຮັບການນຳໃຊ້ຢ່າງຫຼວງຫຼາຍຢູ່ ຫວຽດນາມ ເພື່ອກວດຫາເຊື້ອໄວຣັດ SARS – CoV- 2. ຈຸດດີຂອງບັນດາຕົວແບບວິໄຈນີ້ແມ່ນມີລາຄາທີ່ເໝາະສົມ, ມີຄຸນນະພາບເທົ່າກັນກັບບັນດາຕົວແບບວິໄຈສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ