ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ: ຫວຽດ​ນາມ ແລະ ລັດ​ເຊຍ​ເປ​ີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂ​ົງ​ເຂດ​ນ້ຳ​ມັນ​ອາຍ​ແກັດ

(VOVWORLD) -ວັນທີ 24 ທັນວາ, ທ່ານນາຍົກລັດມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ: ຫວຽດ​ນາມ ແລະ ລັດ​ເຊຍ​ເປ​ີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂ​ົງ​ເຂດ​ນ້ຳ​ມັນ​ອາຍ​ແກັດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: VGP)

ນາຍົກລັດຖະມົນຕີສອງທ່ານໄດ້ຕີລາຄາສູງເລື່ອງສອງຝ່າຍຕັ້ງໜ້າສົມທົບກັນແກ້ໄຂບັນດາຮົ້ວກີດ ຂວາງໃນການຄ້າສອງຝ່າຍ, ພິເສດສຳລັບສິນຄ້າປະເພດ ກະເສດ, ສິນໃນນ້ຳ ແລະ ສິນທະເລ, ປະກອບສ່ວນເຂົ້າໃນການເສີມຂະຫຍາຍທ່າໄດ້ປຽບຂອງສັນຍາການຄ້າເສລີ ຫວຽດນາມ - ສະຫະພັນ ເສດຖະກິດ ອາຊີ - ເອີລົບໃຫ້ໄດ້ຢ່າງຂຸດຂີດໃນສະພາບການເສດຖະກິດໂລກພວມມີການຜັນແປຫຼາຍຢ່າງ.

ສ່ວນການຮ່ວມມືດ້ານນ້ຳມັນອາຍແກັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຫວຽດນາມຍາມໃດກໍ່ສ້າງ້ເງື່ອນໄຂໃຫ້ແກ່ວິສາຫະກິດນ້ຳມັນອາຍແກັດສອງປະເທດເປີດກວ້າງການຮ່ວມມື, ສ່ວນທ່ານ ນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev ຢັ້ງຢືນວ່າ ລັດເຊຍ ຍາມໃດກໍ່ສະໜັບສະໜູນບັນດາວິສາຫະກິດນ້ຳມັນອາຍແກັດ ລັດເຊຍເຂົ້າຮ່ວມບັນດາໂຄງການໃນເຂດທະເລຂອງ ຫວຽດນາມ. ນາຍົກລັດຖະມົນຕີສອງທ່ານກໍ່ແລກປ່ຽນບັນດາມາດຕະການເພື່ອແນໃສ່ຜັນຂະຫຍາຍໂຄງການຮ່ວມມືສຳຄັນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ