ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອະນຸມັດຜ່ານຍຸດທະສາດການພັດທະນາຂະແໜງ ທະນາຄານຫວຽດນາມຮອດປີ 2025

(VOVWORLD) -ຍຸດທະສາດພັດທະນາຂະແໜງການທະນາຄານຫວຽດນາມ ຮອດປີ 2025, ການກໍານົດທິດຮອດປີີ 2030 ຫາກໍໄດ້ຮັບການອະນຸມັດຜ່ານຈາກ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອະນຸມັດຜ່ານຍຸດທະສາດການພັດທະນາຂະແໜງ ທະນາຄານຫວຽດນາມຮອດປີ 2025 - ảnh 1(ພາບປະກອບ: KT)

ຍຸດທະສາດດັ່ງກ່າວ ໄດ້ວາງເປົ້າໝາຍຄ່ອຍໆເພີ່ມລັກສະນະເປັນເອກະລາດ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນການອະພິປາຍຂອງທະນາຄານແຫ່ງລັດ ກ່ຽວກັບເປົ້າໝາຍບໍລິຫານນະໂຍບາຍເງິນຕາ, ຄວບຄຸມໄພເງິນເຟີ້ ຢູ່ໃນລະດັບທີ່ເໝາະສົມ ກັບການກໍານົດທິດພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ, ໜູນຊ່ວຍສ້າງເສດຖະກິດມະຫາພາກມີຄວາມສະຖຽນລະພາບ, ຊຸກຍູ້ເປົ້າໝາຍການເຕີບໂຕເສດຖະກິດແບບຍືນຍົງ.  ໄລຍະ 2021 – 2025, ຈະຍົກສູງກໍາລັງຄວາມສາມາດໃນການແກ້ງແຍ້ງ, ເພີ່ມຄວາມໂປ່ງໃສ ແລະ ປະຕິບັດບັນດາມາດຖານ, ທໍານຽມສາກົນ ໃນການຄຸ້ມຄອງບໍລິຫານ ແລະ ການເຄື່ອນໄຫວຂອງບັນດາອົງການສິນເຊື່ອ ໃຫ້ເປັນຢ່າງດີ. ສູ້ຊົນຮອດທ້າຍປີ 2025, ໃຫ້ມີຢ່າງໜ້ອຍ 2 – 3 ທະນາຄານການຄ້າ ນອນຢູ່ໃນ Top  100 ທະນາຄານໃຫຍ່ທີ່ສຸດ (ກ່ຽວກັບລວມຍອດຊັບສິນ) ໃນພາກພື້ນ ອາຊີ ແລະ 3 – 5 ທະນາຄານຕິດປະກາດໃບຫຸ້ນໃນຕະຫຼາດຫຼັກຊັບຕ່າງປະເທດ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງມອບໃຫ້ບັນດາກະຊວງ ວາງແຜນການແຫ່ງຊາດ ໄລຍະ 2021 - 2030,  ວິໄສທັດຮອດປີ 2050 ໃນບັນດາຂົງເຂດຄື: ໂຄງປະກອບໂຄງລ່າງ, ການນໍາໃຊ້ແຫຼ່ງຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ, ອະນຸລັກຮັກສາຊີວະນານາພັນ.

ຕອບກັບ

ຂ່າວ/ບົດ​ອື່ນ