ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ຮຽກ​ຮ້ອງ​ ນຳ​ວັກ​ຊິນ​ກັນ​ພະ​ຍາດ​ໂຄ​ວິດ - 19 ໄປ​ເຖິງ​ປະ​ຊາ​ຊົນໃນ​ໄຕ​ມາດ​ທີ 1 ປີ 2021 ໂດຍ​ທັນ​ທີ

(VOVWORLD) -ຕອນເຊົ້າວັນທີ 2 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຈົ່ງປະຕິບັດບັນດາມາດຕະການ ຢ່າງຮີບດ່ວນ ເພື່ອ ໃນໄຕມາດທີ 1 ນີ້ ຈະມີວັກຊິນກັນພະຍາດໂຄວິດ - 19 ທັນທີ.  
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ຮຽກ​ຮ້ອງ​ ນຳ​ວັກ​ຊິນ​ກັນ​ພະ​ຍາດ​ໂຄ​ວິດ - 19 ໄປ​ເຖິງ​ປະ​ຊາ​ຊົນໃນ​ໄຕ​ມາດ​ທີ 1 ປີ 2021 ໂດຍ​ທັນ​ທີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: VGP)

ກ່າວຄຳເຫັນໄຂວາລະປະຊຸມລັດຖະບານປະຈຳເດືອນ ມັງກອນ 2021, ຕອນເຊົ້າວັນທີ 2 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຈົ່ງປະຕິບັດບັນດາມາດຕະການ ຢ່າງຮີບດ່ວນ ເພື່ອ ໃນໄຕມາດທີ 1 ນີ້ ຈະມີວັກຊິນກັນພະຍາດໂຄວິດ - 19 ທັນທີ.  ທ່ານ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

ນັບແຕ່ວັນທີ 27 ມັງກອນ ໄດ້ປະກົດມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນໜຶ່ງໃນຊຸມຊົນ. ຕາມການສະຖິຕິຮອດຕອນຄ່ຳວັນທີ 1 ກຸມພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ 240 ຄົນ, ມີ 10 ແຂວງ, ນະຄອນມີຜູ້ຕິດເຊື້ອພະຍາດໂຄວິດ - 19. ເຖິງວ່າ ພວມໃນໄລຍະດຳເນີນກອງປະຊຸມໃຫຍຄັ້ງທີ 13 ຂອງພັກກໍ່ຕາມ, ແຕ່ລັດຖະບານ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ພິເສດແມ່ນ ກະຊວງສາທາລະນະສຸກ, ບັນດາທ້ອງຖິ່ນ ໄດ້ຊີ້ນຳຢ່າງຄົບຊຸດ, ຂ້ຽວຂາດ, ເຂົ້າຮ່ວມການຕ້ານໂລກລະບາດດ້ວຍບັນດາມາດຕະການ, ແຜນນະໂຍບາຍຢ່າງຖືກຕ້ອງ ແລະ ທັນການ. ມາຮອດປັດຈຸບັນ, ພວກເຮົາໄດ້ຄວບຄຸມສະພາບການໂດຍພື້ນຖານແລ້ວ ເຖິງວ່າຍັງມີການຜັນແປຢ່າງສັບສົນຫຼາຍຢ່າງກໍ່ຕາມ.

ກ່ຽວກັບສະພາບການເສດຖະກິດ ສັງຄົມໃນເດືອນມັງກອນ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ເສດຖະກິດມະຫາພາກມີສະຖຽນລະພາບ, ການເຕີບໂຕໃນການຜະລິດອຸດສາຫະກຳ, ເປັນຕົ້ນແມ່ນ ອຸດສາຫະກຳປຸງແຕ່ງ, ປະດິດສ້າງ ເພີ່ມຂຶ້ນ 22%, ການສົ່ງອອກນຳເຂົ້າເພີ່ມຂຶ້ນກ່ວາ 45% ເຊິ່ງແມ່ນລະດັບສະຖິຕິ ແລະ ການສົ່ງອອກເກີນດູນ, ການປ່ອຍເງິນລົງທຶນສາທາລະນະ, ວິສາຫະກິດດີສ້າງຕັ້ງໃໝ່ ລ້ວນແຕ່ບັນລຸໝາກຜົນທີ່ເປັນໜ້າຊື່ມຊົນ. ທ່ານນາຍົກລັດຖະມົນຕີເນັ້ນໜັກເຖິງການຊຸກຍູ້ 3ພາກເສດຖະກິດຄື ເສດຖະກິດພາຍໃນປະເທດດ້ວຍປະຊາກອນເກືອບ 100 ລ້ານຄົນ, ເສດຖະກິດສາກົນດ້ວຍບັນດາສັນຍາການຄ້າເສລີ ແລະ ເສດຖະກິດດີຈີຕອນ.

ຄຽງຄູ່ກັນບັນຫາຕ້ານໂລກລະບາດ, ຊຸກຍູ້ການຜະລິດ ແລະ ການເຕີບໂຕ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການທ້ອງຖິ່ນ ຕ້ອງເອົາໃຈໃສ່ເບິ່ງແຍງບຸນເຕັດໃຫ້ແກ່ປະຊາຊົນ, ເປັນຕົ້ນແມ່ນຜູ້ທຸກຍາກ, ປະຊາຊົນເຂດຫ່າງໄກສອກຫຼີກ, ເຂດປະສົບກັບໄພທຳມະຊາດ, ເຂດຖືກຈຳກັດຍ້ອນໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ