ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງວິສາຫະກິດ ຮົງກົງ (ຈີນ) ລົງທຶນເຂົ້າພື້ນຖານໂຄງລ່າງ

(VOVWORLD) -ປະຈຸບັນ ຫວຽດນາມ ພວມປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າແຮງ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບເສດຖະກິດໂລກ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງວິສາຫະກິດ ຮົງກົງ (ຈີນ) ລົງທຶນເຂົ້າພື້ນຖານໂຄງລ່າງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານ ລົວຈິງຣວງ ປະທານສະພາພັດທະນາການຄ້າ ຮົງກົງ (ພາບ: vietnam+) 

ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານ ລົວຈິງຣວງ ປະທານສະພາພັດທະນາການຄ້າ ຮົງກົງ (ຈີນ) ໃນວັນທີ 20 ພຶດສະພາ. ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ, ຫວຽດນາມ ຄວນພັດທະນາພື້ນຖານໂຄງລ່າງທີ່ທັນສະໄໝ ເຊິ່ງແມ່ນຂົງເຂດທີ່ຕ້ອງການມີທຶນຫລາຍທີ່ສຸດ. ດັ່ງນັ້ນ ຫວຽດນາມ ປາດຖະໜາຢາກດຶງດູດເງິນລົງທຶນເຂົ້າພື້ນຖານໂຄງລ່າງຄື: ທາງລົດໄຟ, ທາງບົກ, ທາງອາກາດ, ທາງນ້ຳ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດານັກລົງທຶນ ໃນນັ້ນມີນັກລົງທຶນ ຮົງກົງ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດປະສົບຜົນສຳເລັດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ