ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ຫງ​ວ​ຽ​ນ​ຊວັນ​ຟຸກ ຮຽກ​ຮ້ອງ​ວ່າ ບໍ່​ໃຫ້​ມີ​ຄວາມ​ຂາດ​ຕົກ​ປົກ​ຜ່ອງ​ຕໍ່ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ພະ​ຍາດຈຸ​ລະ​ໂລກສາຍ​ພັນ​ໃໝ່

(VOVWORLD) - ຕອນເຊົ້າວັນທີ 30 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ອວຍພອນບຸນເຕັດພະນັກງານ, ພາລະກອນຫ້ອງວ່າການທຸກຖ້ວນໜ້າ ເນື່ອງໃນໂອກາດບຸນເຕັດປີຊວດ 2020.
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ຫງ​ວ​ຽ​ນ​ຊວັນ​ຟຸກ ຮຽກ​ຮ້ອງ​ວ່າ ບໍ່​ໃຫ້​ມີ​ຄວາມ​ຂາດ​ຕົກ​ປົກ​ຜ່ອງ​ຕໍ່ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ພະ​ຍາດຈຸ​ລະ​ໂລກສາຍ​ພັນ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ

ກ່າວຄຳເຫັນທີ່ການອວຍພອນບຸນເຕັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ ຫ້ອງວ່າການລັດຖະບານ ໃນປີທີ່ຜ່ານມາ ໄດ້ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ໃນນັ້ນມີການສ້າງລັດຖະບານເອເລັກໂຕນິກ, ປະຕິຮູບລະບຽບການບໍລິຫານ, ຊຸກຍູ້ບັນດາໜ້າທີ່ດ້ານການເມືອງຂອງ ລັດຖະບານ. ພ້ອມທັງຕີລາຄາສູງ ຕໍ່ເລື່ອງຫ້ອງວ່າການລັດຖະບານຜັນຂະຫຍາຍການປະຕິບັດການປະຈຳການໃນຍາມບຸນເຕັດຢ່າງເຂັ້ມງວດ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຮັບໃຊ້ບຸນເຕັດໃຫ້ປະຊາຊົນເປັນຢ່າງດີ.

ສິ່ງສຳຄັນອື່ນອີກທີ່ທ່ານນາຍົກລັດຖະມົນຕີ ເອົາໃຈໃສ່ແມ່ນ ພະຍາດອັກເສບປອດທີ່ເກີດ ຈາກເຊື້ອພະຍາດຈຸລະໂລກສາຍພັນໃໝ່(ຫຼືໄວຣັດ ໂຄໂຣນາ) ພວມມີການຜັນແປຢ່າງສັບສົນ ຢູ່ ຈີນ, ໃນຂະນະນັ້ນ ຫວຽດນາມ ມີ ທ້ອງຖິ່ນຫຼາຍແຫ່ງທີ່ມີເສັ້ນຊາຍແດນຕິດກັບປະເທດ ຈີນ. ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາໜ່ວຍງານປະຕິບັດງານຊ່ວຍໃຫ້ ທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີຕິດຕາມ, ອັບເດັດສະພາບການເປັນປະຈຳ ລາຍງານຢ່າງທັນການເພື່ອມີມາດຕະການປ້ອງກັນຢ່າງແຮງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ