ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອ​ງ​ປະ​ຊ​ຸມ ສຸດຍອດ ແມ່​ນ້ຳ​ຂອງ - ສ.ເກົາຫຼີ ຄັ້ງ​ທີ 1

(VOVWORLD) -ຕອນເຊົ້າວັນທີ 27 ພະຈິກ, ຢູ່ນະຄອນ Busan, ສ.ເກົາຫຼີ, ໄດ້ດຳເນີນກອງປະຊຸມສຸດຍອດແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທຳອິດ ດ້ວຍຫົວຂໍ້ “ການຮ່ວມມືເພື່ອອະນາຄົດ ແມ່ນ້ຳຂອງ - ສ.ເກົາຫຼີ ເພື່ອການວັດທະນາຖາວອນລວມ”, ໂດຍມີການເຂົ້າຮ່ວມຂອງການນຳບັນດາປະເທດກຳປູເຈຍ, ສ.ເກົາຫຼີ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອ​ງ​ປະ​ຊ​ຸມ ສຸດຍອດ ແມ່​ນ້ຳ​ຂອງ - ສ.ເກົາຫຼີ ຄັ້ງ​ທີ 1 - ảnh 1ການນຳບັນດາປະເທດກຳປູເຈຍ, ສ.ເກົາຫຼີ, ລາວ, ມຽນມາ, ໄທ ແລະ ຫວຽດນາມ (ພາບ: TTXVN) 

ເມື່ອປຶກສາຫາລືກ່ຽວກັບການຮ່ວມມືໃນອະນາຄົດ, ການນຳ 6 ປະເທດ ໄດ້ເຫັນດີເປັນເອກະພາບຍົກລະດັບການຮ່ວມມືລະຫວ່າງ ບັນດາປະເທດ ແມ່ນ້ຳຂອງ ແລະ ສ.ເກົາຫຼີຂຶ້ນເຖິງລະດັບສຸດຍອດ, ພ້ອມທັງຊຸກຍູ້ການຮ່ວມມື ແມ່ນ້ຳຂອງ - ສ.ເກົາຫຼີ ບົນ 3 ເສົາຄ້ຳ: ປະຊາຊົນ, ວັດທະນາຖາວອນ, ສັນຕິພາບ ແລະ 7 ຂົງເຂດບຸລິມະສິດແມ່ນ ວັດທະນະທຳ ແລະ ການທ່ອງທ່ຽວ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ກະສິກຳ ແລະ ພັດທະນາຊົນນະບົດ, ພື້ນຖານໂຄງລ່າງ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານ, ສິ່ງແວດລ້ອມ ແລະ ບັນດາສິ່ງທ້າທາຍແບບໃໝ່.

        ເນື່ອງໃນໂອກາດນີ້, ສະພາດຳເນີນທຸລະກິດ ແມ່ນ້ຳຂອງ - ສ.ເກົາຫຼີໄດ້ຮັບການສ້າງຕັ້ງຂຶ້ນເພື່ອແນໃສ່ເພີ່ມທະວີການເຊື່ອມຈອດລະຫວ່າງ ວິສາຫະກິດ 6 ປະເທດ ແລະ ການເຂົ້າຮ່ວມຂອງເຂດວິສາຫະກິດ ແລະ ການຮ່ວມມື. ບັນດາການນຳກໍ່ເຫັນດີເປັນເອກະພາບ ຖືປີ 2021 ແມ່ນປີ ພົວພັນແລກປ່ຽນ ແມ່ນ້ຳຂອງ - ສ.ເກົາຫຼີ ເພື່ອສະເຫຼີມສະຫຼອງ 10 ປີແຫ່ງການຮ່ວມມື.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງ 3 ເປົ້າໝາຍຕົ້ນຕໍເຊິ່ງການຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີຕ້ອງມຸ່ງໄປເຖິງນັ້ນແມ່ນ ປັບປຸງສະພາບແວດລ້ອມແຫ່ງສັນຕິພາບໃນພາກພື້ນ, ພັດທະນາເສດຖະກິດໂດຍຖືປະຊາຊົນເປັນໃຈກາງ, ປ່ຽນແປງໃໝ່ - ປະດິດສ້າງເປັນກຳລັງໜູນຕົ້ນຕໍ, ແລະ ການເຕີບໂຕເສດຖະກິດ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຮັກສາຊັບພະຍາກອນທຳມະຊາດ. ເພື່ອບັນລຸໄດ້ບັນດາເປົ້າໝາຍນີ້, ການຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີຕ້ອງເອົາໃຈໃສ່ເປັນພິເສດເຖິງບັນດາປັດໄຈຄື: ພັດທະນາພື້ນຖານໂຄງລ່າງ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຜ່ານການຍູ້ແຮງການຮ່ວມມືຍົກສູງຄຸນນະພາບການສຶກສາ - ບຳລຸງສ້າງ ແລະ ເພີ່ມທະວີການຮ່ວມມືທາງດ້ານວິທະຍາສາດ - ເຕັກໂນໂລຢີ, ການເຕີບໂຕຂຽວ ແລະ ການຄວບຄຸມແຫຼ່ງນ້ຳ.

        ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາ “ຖະແຫຼງການຮ່ວມ ແມ່ນ້ຳຂອງ - ສ.ເກົາຫຼີ ສ້າງການພົວພັນຄູ່ຮ່ວມມືເພື່ອປະຊາຊົນ, ວັດທະນາຖາວອນ ແລະ ສັນຕິພາບ” ແລະ ເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມສຸດຍອດ ແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 2 ຢູ່ ຫວຽດນາມ ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ