ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາ​ຍ​ໜ້າ​ທີ່​ປີ 2021 ຂ​ອງ Petrovietnam

(VOVWORLD) - ຕອນບ່າຍວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021 ຂອງກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (Petrovietnam).

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາ​ຍ​ໜ້າ​ທີ່​ປີ 2021 ຂ​ອງ Petrovietnam - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2021 ຂອງ Petrovietnam (ພາບ: VGP)

ກ່ຽວກັບແຜນການ 2021 ແລະ ໄລຍະ 2021 – 2025 ຂອງກຸ່ມບໍລິສັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ Petrovietnam ຕ້ອງເສີມຂະຫຍາຍບົດບາດຂອງວິສາຫະກິດແບບຢ່າງຢ່າງຖືກຕ້ອງຕາມທິດ “ຄວບຄຸມການຜັນແປ, ມີມຸນຄ່າສູງທີ່ສຸດ, ເປີດກ້ວາງການຕະຫຼາດ, ນຳໃຊ້ກາລະໂອກາດ, ຮ່ວມສຳພັນໃນການລົງທຶນ, ຟື້ນຟູການເຕີບໂຕ” ເຊິ່ງກຸ່ມບໍລິສັດໄດ້ວາງອອກ. ໄປຄຽງຄູ່ກັນນັ້ນ ແມ່ນຕ້ອງຍູ້ແຮງການຄົ້ນຄ້ວາ ແລະ ນຳໃຊ້ ວິທະຍາສາດ ເຕັກໂນໂລຢີເຂົ້າການຜະລິດຢ່າງບໍ່ຢຸດຢັ້ງ, ໝູນໃຊ້ເປັນຢ່າງດີປະສິດທິຜົນຈາກບັນດາສັນຍາການຄ້າຍຸກໃໝ່. ພ້ອມທັງຖືເປັນສຳຄັນຕໍ່ການພັດທະນາການພົວພັນຮ່ວມມື ກັບ ສະຫະພັນ ລັດເຊຍ ແລະ ຄູ່ຮ່ວມມືຕ່າງໆເພື່ອ ນຳໃຊ້ກາລະໂອກາດພັດທະນາການຜະລິດດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ