ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ ຢູ່​ແຂວງ​ຈ່າ​ວີງ 2020

(VOVWORLD) -ຕອນເຊົ້າວັນທີ 15 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ແຂວງ ຈ່າວີງ, ໂດຍເປັນກອງປະຊຸມສົ່ງເສີມການລົງທຶນຄັ້ງທຳອິດຢູ່ບັນດາທ້ອງຖິ່ນຂອງປີໃໝ່ 2020, ດ້ວຍຫົວຂໍ້ “ຈ່າວີງ - ຄວາມສາມາດບົ່ມຊ້ອນ ກາລະໂອກາດໃນການລົງທຶນ ແລະ ພັດທະນາ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ ຢູ່​ແຂວງ​ຈ່າ​ວີງ 2020 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢ້ຽມຢາມບັນດາຮ້ານວາງຂາຍສິນຄ້າທີ່ກອງປະຊຸມ

(ພາບ: VGP) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກ 5 ຈຸດໃຫຍ່ກໍ່ຄືໂຄງການດຳເນີນງານຂອງ ແຂວງ ທີ່ຮ່ວມເດີນທາງພ້ອມກັບນັກລົງທຶນ. ນີ້ແມ່ນ: ຈ່າວີງຕ້ອງສ້າງຮູບແບບຮ່ວມສຳພັນພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ທີ່ສອງແມ່ນຈ່າວີງຄວນພິຈາລະນາ ການວາງແຜນຜັງບັນດາເຂດອຸດສາຫະກຳ ຕາມທິດ ອຸດສາຫະກຳຮັບໃຊ້ກະສິກຳ, ປຸງແຕ່ງສິນໃນນ້ຳ, ທີ່ ສາມແມ່ນບໍ່ເອົາສິ່ງແວດລ້ອມແລກເອົານັກລົງທຶນ. ທີ່ 4 ແມ່ນ ຈ່າວີງຄວມມີມາດຕະການບຸກທະລຸ, ສ້າງເງື່ອນໄຂໃຫ້ແກ່ນັກລົງທຶນໃໝ່, ທີ່ 5 ແມ່ນຕ້ອງມີຈິນຕະນາການບຸກທະລຸ.

ທີ່ກອງປະຊຸມ, ການນຳແຂວງຈ່າວີງໄດ້ມອບໃບຢັ້ງຢືນການລົງທຶນໃຫ້ແກ່ 5 ໂຄງການດ້ວຍຍອດເງິນລົງທຶນ ກ່ວາ 5.300 ຕື້ດົ່ງ (ເກືອບ 229 ລ້ານ USD), ມອບບົດບັດທຶກຊ່ວຍຈຳໃຫ້ແກ່ 19 ໂຄງການດ້ວຍຍອດເງິນລົງທຶນ 205.000 ຕື້ ດົ່ງ (ກ່ວາ 8.8 ຕື້ USD).

ຕອບກັບ

ຂ່າວ/ບົດ​ອື່ນ