ທ່ານ​ນາ​ຍົກ​ລັດ​ຖ​ະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ G20 ທາງ​ອອນ​ລາຍ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19

(VOVWORLD) -ທີ່ກອງປະຊຸມທາງອອນລາຍ, ບັນດາການນຳໄດ້ເຫັນດີເປັນເອກະພາບຈະຜັນຂະຫຍາຍທຸກໆມາດຕະການດ້ານສາທາລະນະສຸກທີ່ຈຳເປັນເພື່ອສະກັດກັ້ນໂລກລະບາດ Covid – 19, ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ ແລະ ໂປ່ງໃສ, ບົດຮຽນ, ປະສົບການ ແລະ ພຶດຕິກຳຕົວ ຈິງທີ່ດີໃນການສະກັດກັ້ນການແຜ່ລະບາດ, ກວດພົບ ແລະ ປິ່ນປົວບັນດາຜູ້ຕິດເຊື້ອພະຍາດ Covid -19…ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມ G20 ກ່ຽວກັບການຮັບມືກັບໂລກລະບາດ Covid – 19.
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ G20 ທາງ​ອອນ​ລາຍ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ກອງປະຊຸມສຸດຍອດ G20 ທາງອອນລາຍກ່ຽວກັບການຮັບມືກັບໂລກລະບາດ Covid -19 ໄດ້ເລີ່ມຕົ້ນແຕ່ເວລາ 19 ໂມງ 00 ນາທີ ຫາ 21 ໂມງ 00 ນາທີໃນວັນທີ 26 ມີນາ 2020 (ຕາມເວລາຫວຽດນາມ) ຕາມຂໍ້ລິເລີ່ມຂອງປະເທດປະທານ G20 ອາຣັບບິ ຊາອຸດິ. ນີ້ແມ່ນກອງປະຊຸມສຸດຍອດພິເສດຂອງ G20 ໃນສະພາບການໂລກລະບາດ Covid – 19 ພວມແຜ່ລາມຢ່າງວ່ອງໄວໃນທົ່ວໂລກ, ກໍ່ຜົນກະທົບອັນເລິກເຊິ່ງເຖິງຫຼາຍດ້ານຂອງເສດຖະກິດໃນໂລກກໍ່ຄືສະຖຽນລະພາບ ແລະ ການພັດທະນາຂອງຫຼາຍປະເທດ.ເຂົ້າຮ່ວມກອງປະຊຸມທາງອອນລາຍມີບັນດາປະມຸກ ແລະ ການນຳຂັ້ນສູງບັນດາປະເທດສະມາຊິກ G20 ແລະ ບາງປະເທດແຂກຖືກເຊີນ, ພ້ອມກັບການນຳບັນດາອົງການຈັດຕັ້ງສາກົນໃຫຍ່.

ເມື່ອແບ່ງປັນກັບບັນດາການນຳຢູ່ກອງປະຊຸມສຸດຍອດ G20 ທາງອອນລາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຄວາມສາມັກຄີ, ການຮ່ວມມື ແລະ ສົມທົບກັນໃນທົ່ວໂລກ ແລະ ພາກພື້ນ ແມ່ນສຳຄັນທີ່ສຸດ, ຢັ້ງຢືນເຖິງຄວາມຕັດສິນໃຈ, ຄຳໝັ້ນສັນຍາຂອງ ຫວຽດນາມໃນການສະກັດກັ້ນໂລກລະບາດ Covid – 19, ທ່ານກໍ່ເນັ້ນໜັກວ່າ ຫວຽດນາມຢຶດໝັ້ນຕໍ່ການປະຕິບັດ 2 ເປົ້າໝາຍຄວບຄູ່ ນັ້ນແມ່ນຄວບຄຸມໂລກລະບາດ ແລະ ສືບຕໍ່ພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຢັ້ງຢືນວ່າ ຫວຽດນາມໃນຖານະຕຳແໜ່ງເປັນປະທານອາຊຽນ 2020 ໄດ້ ແລະ ພວມພ້ອມກັບບັນດາປະເທດອາຊຽນຍົກສູງຈິດໃຈປະຊາຄົມ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ປະຕິບັດບັນດາມາດຕະການຢ່າງແຮງ, ສົມທົບກັນກະທຳສະກັດກັ້ນໂລກລະບາດ Covid – 19, ພ້ອມທັງຮ່ວມມືແບ່ງປັນຂໍ້ມູນຂ່າວສານ, ປະສົບການກັບຫຼາຍປະເທດ G20  ແລະ ບັນດາຄູ່ຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ