ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫຼຸບ ຂອງ ກຸ່ມບໍລິສັດນໍ້າມັນອາຍແກັດ ແຫ່ງຊາດຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາຜົນງານທີ່ບັນລຸໄດ້ໃນຂະແໜງນໍ້າມັນອາຍແກັດ

 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫຼຸບ ຂອງ ກຸ່ມບໍລິສັດນໍ້າມັນອາຍແກັດ ແຫ່ງຊາດຫວຽດນາມ - ảnh 1ກອງປະຊຸມສະຫຼຸບວຽກງານປີ 2018 ແລະ ຜັນຂະຫຍາຍໜ້າທີ່ປີ 2019 ຂອງກຸ່ມບໍລິສັດນໍ້າມັນອາຍແກັດແຫ່ງຊາດຫວຽດນາມ (ພາບ: petrotimes.vn) 

ຕອນບ່າຍວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2018 ແລະ ຜັນຂະຫຍາຍໜ້າທີ່ປີ 2019 ຂອງກຸ່ມບໍລິສັດນໍ້າມັນອາຍແກັດແຫ່ງຊາດຫວຽດນາມ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາຜົນງານທີ່ບັນລຸໄດ້ໃນຂະແໜງນໍ້າມັນອາຍແກັດ. ພ້ອມກັນນັັ້ນ ກໍຮຽກຮ້ອງໃຫ້ຂະແໜງນໍ້າມັນອາຍແກັດ ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມ; ປະຕິບັດສໍາເລັດໜ້າທີ່ທໍາການຜະລິດ, ດໍາເນີນທຸລະກິດ; ຍູ້ແຮງຄວາມຄືບໜ້າຂອງບັນດາໂຄງການນໍ້າມັນອາຍແກັດ. ພິເສດ, ເພີ່ມທະວີວຽກງານສໍາຫຼວດ, ຂຸດຄົ້ນນໍ້າມັນອາຍແກັດ ... ບໍ່ປະໃຫ້ຕົກເຂົ້າສູ່ສະພາບຫຍຸ້ງຍາກ, ປະກອບສ່ວນສໍາຄັນເຂົ້າໃນການປະຕິບັດສໍາເລັດແຜນການເຕີບໂຕ GDP ສູງ ໃນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ