ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດ ອາຊຽນ+

(VOVWORLD) - ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບບັນດາການນຳ ອາຊຽນ ແລະ ອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ອາເມລິກາ ຄັ້ງທີ 6.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດ ອາຊຽນ+ - ảnh 1 ບັນດາຜູ້ແທນທີ່ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຄັ້ງທີ 13

ຕອນເຊົ້າວັນທີ 15 ພະຈິກ, ກອງປະຊຸມສຸດຍອດອາຊຽນ +3 ໄດ້ຈັດຕັ້ງຢູ່ສິງກະໂປ, ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ ແລະ ບັນດາປະເທດ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ.

        ທີ່ກອງປະຊຸມ, ບັນດາການນຳໄດ້ຢັ້ງຢືນເຖິງບົດບາດ ແລະ ການປະກອບສ່ວນຂອງການຮ່ວມມື ອາຊຽນ +3 ຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ, ເນັ້ນໜັກວ່ານີ້ແມ່ນໜຶ່ງໃນບັນດາຂອບເຂດການຮ່ວມມືມີປະສິດທິຜົນທີ່ສຸດໃນຂອບເຂດການຮ່ວມມືຂອງ ອາຊຽນ.    

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍບັນດາການຜັນແປທີ່ຕັ້ງໜ້າໃນແຫຼມ ເກົາຫຼີ, ແຕ່ກໍ່ຖືວ່າສະພາບການໂລກຍັງຊ້ອນແຝງຄວາມສ່ຽງຫຼາຍຢ່າງຄື: ການປະທະກັນດ້ານການຄ້າ, ລັດທິອາລັກຂາ, ບັນດາຈຸດຮ້ອນເຮັ່ງກ່ຽວກັບຄວາມໝັ້ນຄົງ…

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບບັນດາການນຳ ອາຊຽນ ແລະ ອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ອາເມລິກາ ຄັ້ງທີ 6.

        ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ອາເມລິກາ ຢູ່ພາກພື້ນ, ຫວັງວ່າ ອາຊຽນ ແລະ ອາເມລິກາ ຈະສືບຕໍ່ຊຸກຍູ້ການໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຖືກົດໝາຍສາກົນເປັນສຳຄັນ, ສ້າງ ແລະ ແບ່ງປັນບັນດາມາດຖານລວມກ່ຽວກັບການປະພຶດ …ທ່ານນາຍົກລັດຖະມົນຕີ ຮັບຮູ້ການແບ່ງປັນຂອງ ອາເມລິກາ ກ່ຽວກັບຂໍ້ລິເລີ່ມ ມະຫາສະໝຸດອິນເດຍ - ປາຊີຟິກ ມີຄວາມເສລີ ແລະ ເປີດກ້ວາງ, ຢ້ຳຄືນຫຼັກໝັ້ນ ແລະ ຫຼັກການຂອງ ອາຊຽນກ່ຽວກັບທະເລຕາເວັນອອກ; ສະເໜີໃຫ້ ອາເມລິກາ ສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ອາຊຽນ ຊຸກຍູ້ການເຈລະຈາ, ການເພີ່ມທະວີ, ການແກ້ໄຂບັນດາບັນຫາຕ່າງໆຢ່າງມີປະສິດທິຜົນ…

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດ ອາຊຽນ+ - ảnh 2ບັນດາການນຳ ອາຊຽນ ແລະ ອາເມລິກາ 

        ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ເນັ້ນໜັກວ່າ ອາເມລິກາ ສະໜັບສະໜູນບົດບາດໃຈກາງ ແລະ ສືບຕໍ່ຕັ້ງໜ້າເຂົ້າຮ່ວມໃນບັນດາກົນໄກໂດຍ ອາຊຽນ ເປັນເຈົ້າພາບ, ປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ. ທ່ານ Mike Pence ກໍ່ປະກາດໜູນຊ່ວຍເງິນຈຳນວນ 60 ຕື້ USD ເພື່ອພັດທະນາພື້ນຖານໂຄງລ່າງ, ສ້າງໂອກາດເພື່ອສ້າງ FTA ສອງຝ່າຍກັບບັນດາປະເທດ ອາຊຽນ, ສືບຕໍ່ຜັນຂະຫຍາຍບັນດາບ້ວງເງິນໜູນຊ່ວຍດ້ານເສດຖະກິດ ແລະ ການຮ່ວມມືຄວາມໝັ້ນຄົງພາກພື້ນ.

        ແລະກໍ່ໃນວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບບັນດາການນຳ ອາຊຽນ ແລະ ບັນດາປະເທດ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ. ເກົາຫຼີ, ນິວຊີແລນ, ລັດເຊຍ, ອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຄັ້ງທີ 13.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນຫນັກວ່າ: EAS ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືອັນກວ້າງໃຫຍ່ ແລະນຳມາເຊິ່ງພາລະກຳກວມລວມ ນັ້ນແມ່ນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ຢູ່ ອາຊີຕາເວັນອອກ.

        ເມື່ອແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງສະພາບແວດລ້ອມແຫ່ງສະຖຽນລະພາບ, ສັນຕິພາບແບບຍືນຍົງວ່າ ມີຄວາມໝາຍຕັດສິນຊີ້ຂາດຕໍ່ການຮ່ວມມືພັດທະນາ. ສູ້ຊົນເພື່ອເປົ້າໝາຍນີ້ແມ່ນຄວາມຮັບຜິດຊອບລວມຂອງບັນດາປະເທດ, ໃນນັ້ນມີບັນດາປະເທດເຂົ້າຮ່ວມພາກພື້ນ ອາຊີຕາເວັນອອກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ບັນດາປະເທດ, ຈົ່ງມີການກະທຳລະອຽດ, ສະໜັບສະໜູນບັນດາຫຼັກການນີ້ຂອງ ອາຊຽນ.

ພາຍຫລັງເຂົ້າຮ່ວມວາລະປະຊຸມຄົບນະນະສຸດຍອດ ອາຊີຕາເວັນອອກ ຄັ້ງທີ 13 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີປິດກອງປະຊຸມສຸດຍອດ ອາຊຽນຄັ້ງທີ 33. ໃນພິທີປິດ, ທ່ານນາຍົກລັດຖະມົນຕີ ຫລີຊຽນຫລົງ ໄດ້ມອບສົ່ງບົດບາດປະທານອາຊຽນປີ 2019 ໃຫ້ແກ່ທ່ານນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ.

        ເມື່ອສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາ 5 ຖະແຫຼງການຂັ້ນສູງ ອາຊີ ຕາເວັນອອກ (EAS) ນັ້ນຄື: ກ່ຽວກັບການຕ້ານຂີ້ເຫຍື້ອປາລາສະຕິກຢູ່ທະເລ; ກ່ຽວກັບບັນດາຕົວເມືອງອັດສະລິຍະ; ການເພີ່ມທະວີການຮ່ວມມືຮັບປະກັນຄວາມໝັ້ນຄົງທາງເຕັກໂນໂລຊີຂໍ້ມູນຂ່າວສານຕິດຕໍ່ພົວພັນ ແລະ ເສດຖະກິດດີຈີຕອນ; ຕ້ານໄພຂົມຂູ່ຈາກການກໍ່ການຮ້າຍຕ່າງແດນ ແລະ ຜູ້ກັບຄືນຈາກການເຂົ້າຮ່ວມຂະບວນການກໍ່ການຮ້າຍ (FTFs); ກ່ຽວກັບຄວາມປອດໄພດ້ານນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ