ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີ ແຫ່ງເຫດການ ຈວງໂບ່ນ

(VOVWORLD) -ຈວງໂບ່ນ ກ້າວເຂົ້າສູ່ປະຫວັດສາດຄືດັ່ງເລຶ່ອງເທບນິຍາຍ ກ່ຽວກັບດິນແດນທີ່ສັກສິດ, ເປັນສະຖານທີ່ນອງເລືອດຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊິວິດເພື່ອຊາດ...

ຕອນຄໍ່າວັນທີ 1 ພະຈິກ, ຢູ່ເຂດປູສະນີຍະສະຖານປະຫວັດສາດແຫ່ງຊາດ ຈວງໂບ່ນ, ຢູ່ຕາແສງ ໝີເຊີນ, ເມືອງ ໂດເລືອງ ແຂວງເງະອານຂອງຫວຽດນາມ ຄະນະກໍາມະການປະຊາຊົນແຂວງ ເງະອານ ແລະ ໜັງສືພິມ ເຍິນເຢິນ ໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນເຫດການຈວງໂບ່ນ (31 ຕຸລາ 1968 – 31 ຕຸລາ 2018) ແລະ ລາຍການສະແດງສິລະປະ ມີຫົວຂໍ້ວ່າ “ຈວງໂບ່ນ - ດິນແດນແຫ່ງມະຫັດສະຈັນ”. ເຂົ້າຮ່ວມພິທີສະເຫຼີມສະຫຼອງດັ່ງກ່າວ ມີທ່ານ ຫງວຽນຊວນຟຸກ ກໍາມະການສູນກາງພັກ, ນາຍົກລັດຖະມົນຕີຫວຽດນາມ; ທ່ານ ຟ້າມມິນຈິ໊ງ ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ; ທ່ານ ເວືອງດິງເຫວ້ ກໍາມະການກົມການເມືືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ; ທ່ານ ຫວໍວັນເທື໋ອງ ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ຟານດິ່ງຈາກ ເລຂາສູນກາງພັກ, ຫົວໜ້າຄະນະວຽກງານການເມືອງພາຍໃນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີ ແຫ່ງເຫດການ ຈວງໂບ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ພິທີ (ພາບ:VOV.vn)

ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ:

        “ພ້ອມກັບທາງສາມແຍກດົ່ງລົກ, ຖໍ້າຕ໊າມໂກ, ກໍາແພງເກົ່າກວ໋າງຈິ ແລະ ສະຖານທີ່ປະຫວັດສາດອີກຫຼາຍແຫ່ງ, ຈວງໂບ່ນ ກ້າວເຂົ້າສູ່ປະຫວັດສາດຄືດັ່ງເລຶ່ອງເທບນິຍາຍ ກ່ຽວກັບດິນແດນທີ່ສັກສິດ, ເປັນສະຖານທີ່ນອງເລືອດຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊິວິດເພື່ອຊາດ, ແມ່ນສັນຍາລັກແຫ່ງຄວາມສະຫວ່າງສະໄຫວຂອງລັດທິວິລະຊົນປະຕິວັດ, ແມ່ນຂີດໝາຍໃນການຕໍ່ສູ້ ກູ້ຊາດ ຕ້ານຈັກກະພັດ ອາເມລິກາ, ແມ່ນຄວາມເອກອ້າງທະນົງໃຈຂອງພວກເຮົາທຸກຄົນ ແລະລຸ້ນລູກລຸ້ນຫຼານ ກ່ຽວກັບສະໄໝສົງຄາມທີ່ດຸເດືອດ, ກ່ຽວກັບບັນດາໄຊຊະນະອັນສະຫງ່າງາມ ແລະ ພິລະອາດຫານ ຕໍ່ໜ້າສັດຕູຜູ້ຮຸກຮານທຸກຄົນ. ຈວງໂບ່ນ ແມ່ນສະຖານທີ່ທີ່ດີ ສໍາລັບການສຶກສາໃຫ້ບັນດາລຸ້ນລູກລຸ້ນຫຼານຂອງພວກເຮົາກ່ຽວກັບມູນເຊື້ອອົງອາດກ້າຫານຂອງປະເທດຊາດ ຕະຫຼອດໄປ”.

        ເນື່ອງໃນໂອກາດນີ້, ໜັງສືພິມເຍິນເຢິນ ກໍໄດ້ມອບປື້ມເງິນຝາກປະຢັດໃຫ້ແກ່ຍາດຕິພີ່ນ້ອງບັນດາຄອບຄົວຊາວໜຸ່ມຕະລຸມບອນ ທີ່ເສຍສະຫຼະຊິວິດເພື່ອຊາດ ຢູ່ ຈວງໂບ່ນ ແລະ ບາງຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ ໃນບໍລິເວນແຂວງເງະອານ.


ຕອບກັບ

ຂ່າວ/ບົດ​ອື່ນ