ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ຫງ​ວ​ຽ​ນ​ຊວັນ​ຟຸ​ກ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງວິ້ງ​ຟຸກ

(VOVWORLD) -ຕອນເຊົ້າວັນທີ 1 ກຸມພາ, ຢູ່ນະຄອນວິ້ງອຽນ, ແຂວງວິ້ງຟຸກ, ໄດ້ຈັດພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມູນິດຫວຽດນາມ, 70 ປີແຫ່ງວັນສ້າງຕັ້ງແຂວງວີ້ງຟຸກ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 1.
  ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ຫງ​ວ​ຽ​ນ​ຊວັນ​ຟຸ​ກ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງວິ້ງ​ຟຸກ - ảnh 1

(ພາບ:  VGP/Quang Hiếu)

           ກ່າວຄຳເຫັນນະທີ່ນີ້,  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

   ມື້ນີ້, ອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າແຂວງວິ້ງຟຸຸກ ມີຄວາມພາກພູມໃຈຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງແຂວງ ຊື່ງກົງກັບຈຸດເວລາທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນມີຄວາມເອກອ້າງທະນົງໃຈຈັດພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມູນິດຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາພ້ອມກັນຫວນຄືນປະຫວັດສາດອັນສະຫງ່າລາສີໃນໄລຍະ 90 ປີທີ່ສະຫງ່າອົງອາດຂອງພັກ, ຂອງຊາດ, ຫວນຄືນປະຫວັດສາດທີ່ເປັນມູນເຊື້ອດ້ານວັດທະນະທຳ ກໍ່ຄືວິວັດການພັດທະນາທີ່ເຕັມໄປດ້ວຍ   ຄວາມເອກອ້າງທະນົງໃຈຂອງແຂວງວິ້ງຟຸກ ໃນໄລຍະທາງ 70 ປີ. ບັນດາຄຸນຄ່າປະຫວັດສາດ ແລະ ມູນເຊື້ອດັ່ງກ່າວ ແມ່ນກຳລັງໜູນທີ່ແຂງແຮງເພື່ອໃຫ້ພວກເຮົາສາມາດປຸກລຸກນ້ຳໃຈຮັກຊາດ, ຈິດໃຈສາມັກຄີ, ຄວາມອົງອາດກ້າແກ່ນໃນການຕໍ່ສູ້, ຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດ  ປະດິດສ້າງ, ຊ່ວຍເຫຼືອກັນມີຄວາມກ້າວໜ້າໃນການອອກແຮງງານທຳການຜະລິດ ຂອງປະຊາຊົນແຂວງວີ້ງຟຸກ. ພ້ອມກັນນັ້ນກໍ່ແມ່ນພື້ນຖານ, ຄວາມໄວ້ເນື້ອເຊື່ອໃຈ, ກຳລັງໜູນ ແລະ ຄວາມມຸ່ງຫວັງ, ຄວາມຕັດສິນໃຈປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ, ມະຕິກອງປະຊຸມໃຫ່ຍຄັ້ງທີ 21 ຂອງອົງຄະນະພັກແຂວງວິ້ງຟຸກ ໄດ້ຢ່າງມີໄຊ, ສູ້ຊົນນຳແຂວງວິ້ງຟຸກ ກາຍເປັນສູນອຸດສາຫະກຳ ການທ່ອງທ່ຽວຂອງເຂດ ແລະ ທົ່ວປະເທດ.

   ກ່ອນໜ້ານັ້ນ, ຢູ່ນະຄອນວິ້ງອຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ປຸກລະດົມງານບຸນປູກຕົ້ນໄມ້ ຈົດຈຳຄຸນງາມຄວາມດີຂອງລຸງໂຮ່ຕະຫຼອດໄປ; ເຂົ້າຮ່ວມພິທີເປີດສະຫຼອງເຂດອຸດສາຫະກຳ ແລະ ເຂດເຮືອນຢູ່ໃຫ້ແກ່ກຳມະກອນຢູ່ແຂວງວິ້ງຟຸກ.

ຕອບກັບ

ຂ່າວ/ບົດ​ອື່ນ