ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງຕຳຫລວດປະຊາຊົນ

(VOVWORLD) - ຕອນເຊົ້າວັນທີ 16 ສິງຫາ, ກະຊວງຕຳຫລວດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງຕຳຫລວດປະຊາຊົນ ຫວຽດນາມ (19/08/1945 – 19/08/2020) ຄົບຮອບ 75 ປີ, ວັນບຸນທົ່ວປວງຊົນທັງຊາດປ້ອງກັນຄວາມສະຫງົບ ປະເທດຊາດຄົບຮອບ 15 ປີ ແລະ ຮັບຫຼຽນໄຊວິລະກຳຊັ້ນ 1.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງຕຳຫລວດປະຊາຊົນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງຕຳຫລວດປະຊາຊົນ (ພາບ: VGP)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ກຳລັງຕຳຫລວດ ໄດ້ຕໍ່ສູ້ເຮັດໃຫ້ກົນອຸບາຍເຄື່ອນໄຫວຫວັງມ້າງທຳລາຍພັກ, ລັດ ແລະ ລະບອບສັງຄົມນິຍົມຖືກປະລາໄຊຢ່າງມີປະສິດທິຜົນ, ປ້ອງກັນຄວາມສະຫງົບປອດໄພໃຫ້ແກ່ບັນດາເຫດການການເມືອງພົວພັນຕ່າງປະເທດຂອງພັກ ແລະ ລັດ, ບັນດາກິດຈະການສຳຄັນຂອງປະເທດຊາດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

ປະຈຸບັນ, ກຳລັງຕຳຫລວດພວມຂ້ຽວຂາດປະຕິບັດການຊີ້ນຳ, ນຳພາຂອງພັກ, ລັດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ປະກອບສ່ວນພ້ອມກັບທົ່ວປະເທດທັງປ້ອງກັນ, ສະກັດກັ້ນຢ່າງມີປະສິທິຜົນ, ທັງພັດທະນາເສດຖະກິດສັງຄົມ.

ຕໍ່ໜ້າບັນດາການຜັນແປຢ່າງສັບສົນຈາກສະພາບການໂລກ ແລະ ພາຍໃນປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງວ່າ ໃນບໍ່ວ່າສະພາບການໃດໆ ກຳລັງຕຳຫລວດປະຊາຊົນ ຕ້ອງປະຕິບັດໜ້າທີ່ປົກປ້ອງພັກ, ລັດ, ປົກປ້ອງລະບອບສັງຄົມນິຍົມເປັນຢ່າງດີ, ປ້ອງກັນຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມປອດໄພໃນການດຳລົງຊີວິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາການເມືອງສັງຄົມໃຫ້ມີຄວາມສະຖຽນລະພາບ ໝັ້ນຄົງ  

ຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊວິລະກຳຊັ້ນໜຶ່ງໃຫ້ກະຊວງຕຳຫລວດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ